• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່ວມ​ແຮງ​ຮ່ວມ​ໃຈ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ມີ​ວັກ​ຊິ​ນ​ພຽງ​ພໍ ຮັບ​ໃຊ້​ເປົ້າ​ໝາຍ​ຕ້ານ​ທານ​ໃນ​ຊຸມ​ຊົນ

ປະຈຸບັນ, ການຄົ້ນຄ້ວາ, ທົດລອງວັກຊິນ Nanocovax ໂດຍບໍລິສັດຫຸ້ນສ່ວນເຕັກໂນໂລຊີຊີວະສາດ ການຢາ Nanogen ຄົ້ນຄ້ວາ, ພັດທະນາ, ວັກຊິນ COVIVAC ໂດຍສະຖາບັນວັກຊິນ ແລະ ຜະລິດຕະພັນຊີວະວິທະຍາທາງການແພດ (IVAC) ສັງກັດກະຊວງສາທະລະນະສຸກ ຄົ້ນຄ້ວາ, ພັດທະນາ ພວມຮັບປະກັນຄວາມຄືບໜ້າ.
ທ່ານພົນຕີ, ສາດສະດາຈານ, ປະລິນຍາເອກ ໂດ້ກວຽດ, ຫົວໜ້າວິທະຍາຄານເສນາຮັກ  (ພາບ: VGP/Nhật Bắc)

ຫວຽດນາມ ພວມມານະພະຍາຍາມ ປະຕິບັດບັນດາມາດຕະການເພື່ອຖ່າຍຖອດເຕັກໂນໂລຊີ, ຄົ້ນຄ້ວາ, ຜະລິດວັກຊິນກັນໂຄວິດ 19, ເພື່ອແນໃສ່ບັນລຸການຕ້ານທານໃນຊຸມຊົນ. ລັດຖະບານ, ບັນດານັກວິທະຍາສາດ, ຫົວໜ່ວຍ, ວິສາຫະກິດພວມຮ່ວມແຮງຮ່ວມໃຈໃຫ້ເປົ້າໝາຍດັ່ງກ່າວ.

   ປະຈຸບັນ, ການຄົ້ນຄ້ວາ, ທົດລອງວັກຊິນ Nanocovax ໂດຍບໍລິສັດຫຸ້ນສ່ວນເຕັກໂນໂລຊີຊີວະສາດ ການຢາ Nanogen ຄົ້ນຄ້ວາ, ພັດທະນາ, ວັກຊິນ COVIVAC ໂດຍສະຖາບັນວັກຊິນ ແລະ ຜະລິດຕະພັນຊີວະວິທະຍາທາງການແພດ (IVAC) ສັງກັດກະຊວງສາທະລະນະສຸກ ຄົ້ນຄ້ວາ, ພັດທະນາ ພວມຮັບປະກັນຄວາມຄືບໜ້າ. ຄຽງຂ້າງນັ້ນ, ການຖ່າຍຖອດເຕັກໂນໂລຊີວັກຊິນຈາກຕ່າງປະເທດ ເພື່ອຜະລິດຢູ່ພາຍໃນປະເທດ ກໍ່ພວມດຳເນີນຢ່າງຮີບດ່ວນ. ທ່ານພົນຕີ, ສາດສະດາຈານ, ປະລິນຍາເອກ ໂດ້ກວຽດ, ຫົວໜ້າວິທະຍາຄານເສນາຮັກ, ຕາງໜ້າຫົວໜ່ວຍເຂົ້າຮ່ວມການຄົ້ນຄ້ວາ, ທົດລອງວັກຊິນ Nanocovax ຊີ້ແຈ້ງວ່າ:

   ວິທະຍາຄານເສນາຮັກ ແລະ ສະຖາບັນ Pasteur ນະຄອນໂຮ່ຈິມິນ ໄດ້ສັກໃຫ້ 12.000 ຄົນແລ້ວ, ພາກເໜືອແມ່ນ 11.000 ຄົນ, ບັນລຸໄດ້ກ່ວາ 92% ຈາກໝາກຜົນການຄົ້ນຄ້ວາຂອງ 3 ໄລຍະ. ຂ້າພະເຈົ້າຢັ້ງຢືນວ່າ ວັກຊິນນີ້ ແມ່ນມີຄວາມປອດໄພ,  ມີປະສິດທິຜົນ ແລະ ສາມາດຄົ້ນຄ້ວາພິດຈາລະນາ ເພື່ອອອກໜັງສືອະນຸຍາດຜະລິດໄດ້.

   ວັນທີ 12 ສິງຫາ, ທີ່ການເຮັດວຽກກັບກະຊວງສາທາລະນະສຸກ, ສະພາຄຸນສົມບັດແຫ່ງຊາດໃນການຄົ້ນຄ້ວາຊີວະວິທະຍາການແພດ, ບັນດານັກວິທະຍາສາດ, ຜູ້ຕາງໜ້າບັນດາຮາກຖານຄົ້ນຄ້ວາ, ບັນດາຫົວໜ່ວຍ, ວິສາຫະກິດ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ:

  ການປະສານສົມທົບລະຫວ່າງບັນດານັກວິທະຍາສາດ, ນັກຄຸ້ມຄອງ, ນັກຄົ້ນຄ້ວາ ຜະລິດວັກຊິນ, ນັກຖ່າຍຖອດເຕັກໂນໂລຊີ ໂດຍພາຍໃຕ້ການປະສານງານຂອງກະຊວງສາທາລະນະສຸກ ຕ້ອງແໜ້ນແຟ້ນ ແລະ ມີປະສິດທິຜົນກ່ວາອີກ, ຕ້ອງຕັ້ງໜ້າກ່ວາ, ເຂັ້ມແຂງກ່ວາ, ທຸກສິ່ງທຸກຢ່າງເພື່ອຊີວິດອິນຊີຂອງ ປຊຊ, ເພື່ອຜົນປະໂຫຍດຂອງປະເທດຊາດ, ຂອງຊາດ. ບັນດາຂັ້ນຕອນວິທະຍາສາດ, ທົດລອງຕ້ອງມີສຳເນົາເອກະສານຄົບຖ້ວນ, ແໜ້ນແຟ້ນ, ຕ້ອງເອົາໃຈເປັນພິເສດຕໍ່ຄວາມປອດໄພ ແລະ ການຕ້ານທານ ຫຼັງການຕີລາຄາທົດລອງ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top