• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮຸງ​ກາ​ຣີ ແລະ ຈີນ ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ 18 ສະ​ບັບ ເພີ່ມ​ທະ​ວີ​ການ​ຮ່ວມ​ມື 2 ຝ່າຍ

ວັນທີ 10 ພຶດສະພາ, ຮຸງກາຣີ ແລະ ຈີນ ໄດ້ລົງນາມໃນຂໍ້ຕົກລົງ ແລະ ບົດບັນທຶກຊ່ວຍຈຳ 18 ສະບັບໃໝ່ ແນໃສ່ເຮັດໃຫ້ການພົວພັນຮ່ວມມືດ້ານເສດຖະກິດ ແລະ ວັດທະນະທຳທີ່ການໄປຢ້ຽມຢາມປະເທດ ເອີຣົບກາງ ຂອງການນຳຈີນ ທ່ານສີຈີ້ນຜິງ ຄັ້ງນີ້ໃຫ້ເລິກເຊິ່ງຂຶ້ນຕື່ມ.

ທ່ານປະທານປະເທດ ຈີນ ສີຈີ້ນຜິງ ແລະ ທ່ານນາຍົກລັດຖະມົນຕີ ຮຸງກາຣີ Viktor Orban ໂອ້ລົມເຈລະຈາ (ພາບ: THX/TTXVN)

ທ່ານປະທານປະເທດ ຈີນ ສີຈີ້ນຜິງ ແລະ ທ່ານນາຍົກລັດຖະມົນຕີ Viktor Orban ໄດ້ໂອ້ລົມເຈລະຈາຢູ່ນະຄອນຫຼວງ Budapest. ຮຸງກາຣີ ແມ່ນປະເທດສຸດທ້າຍທີ່ທ່ານປະທານປະເທດ ຈີນ ສີຈີ້ນຜິງ ໄປຢ້ຽມຢາມ ໃນໄລຍະເຄື່ອນໄຫວຢູ່ເອີຣົບ ເປັນເວລາ 5 ວັນ, ລວມມີທັງ ຝລັ່ງ ແລະ Serbia. ກ່າວຄຳເຫັນໃນການຖະແຫຼງຂ່າວພາຍຫຼັງການໂອ້ລົມເຈລະຈາ, ທ່ານນາຍົກລັດຖະມົນຕີ Viktor Orban ຢັ້ງຢືນວ່າ Budapest ຈະສືບຕໍ່ສ້າງເງື່ອນໄຂໃຫ້ບັນດາບໍລິສັດ ຈີນທີ່ລົງທຶນຢູ່ ຮຸງກາຣີ ຢ່າງສະເໝີພາບ, ພ້ອມທັງສ້າງໂອກາດໃຫ້ບັນດາເຕັກໂນໂລຢີທັນສະໄໝທີ່ສຸດຂອງສ່ວນທ່ານປະທານປະເທດ ຈີນ ສີຈີ້ນຜິງ ໃຫ້ຮູ້ວ່າ ທ່ານເຫັນດີເປັນເອກະພາບກັບຍຸດທະສາດມຸ່ງໄປເຖິງທິດຕາເວັນອອກຂອງ ຮຸງກາຣີ, ພ້ອມທັງເນັ້ນໜັກວ່າ ປັກກິ່ງ ສະໜັບສະໜູນ Budapest ສວມບົດບາດໃຫຍ່ກວ່າໃນສະຫະພາບເອີຣົບ (EU) ສຳລັບການຊຸກຍູ້ການພົວພັນລະຫວ່າງ ຈີນ - EU.

(ແຫຼ່ງຄັດຈາກ VOV)

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຕອນຄ່ຳວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີເຊີດຊູ ແລະ ມອບນາມມະຍົດຊາວກະສິກອນ ຫວຽດນາມ ດີເດັ່ນ 40 ປີແຫ່ງການປ່ຽນໃໝ່ປີ 2026.

Top