ຂ່າວສານ
ຮັບປະກັນຄວາມຄືບໜ້າການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 15 ແລະ ສະມາຊິກສະພາປະຊາຊົນ ທຸກຂັ້ນ
ໂດຍລາຍງານຕໍ່ຄະນະປະຕິບັດງານ, ທ່ານ ຮອງເລຂາຜູ້ປະຈຳການຄະນະພັກນະຄອນ, ປະທານສະພາປະຊາຊົນ, ປະທານຄະນະກຳມະການເລືອກຕັ້ງນະຄອນ ດ່ານັ້ງ ເລືອງຫງວຽນມິງຈຽດ ໃຫ້ຮູ້ວ່າ: ມາຮອດປັດຈຸບັນ, ວຽກງານກະກຽມການເລືອກຕັ້ງຢູ່ນະຄອນ ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ປອດໄພ, ສະຖຽນລະພາບ. ກອງປະຊຸມສະພາປະຊາຊົນຄັ້ງທີ 3 ກໍ່ໄດ້ລົງປະຊາມະຕິເຫັນດີເປັນເອກະພາບຮັບຮອງເອົາບັນຊີລາຍຊື່ 8 ຄົນ ທີ່ມີເງື່ອນໄຂຢ່າງຄົບຖ້ວນ ເພື່ອຮັບສະໜັກເປັນສະມາຊິກ ສະພາແຫ່ງຊາດ.
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ພົນເອກ ໂຕເລິມ ໄດ້ຕີລາຄາສູງເນື້ອໃນຈິດໃຈກະກຽມ ຂອງ ຄະນະກຳມະການເລືອກຕັ້ງນະຄອນ ດ່ານັ້ງ, ບັນດາວຽກງານຜັນຂະຫຍາຍ ລ້ວນແຕ່ບັນລຸໄດ້ຕາມຄວາມຮຽກຮ້ອງ, ຖືກຕ້ອງຕາມການແນະນຳຂອງ ສະພາເລືອກຕັ້ງແຫ່ງຊາດ. ທ່ານພົນເອກກໍ່ຕັກເຕືອນວ່າ ນັບແຕ່ປັດຈຸບັນຈົນຮອດວັນເລືອກຕັ້ງ, ນະຄອນດ່ານັ້ງ ຕ້ອງສຸມໃສ່ວຽກງານຕໍ່ສູ້ຕ້ານບັນດາແນວຄວາມຄິດ, ຂໍ້ມູນທີ່ຜິດເຂວ, ເປັນຕົ້ນແມ່ນໃນເຄືອຂ່າຍອິນເຕີແນັດ. ບັນດາກຳລັງທີ່ມີໜ້າທີ່ຮັບຜິດຊອບ, ຄວາມໝັ້ນຄົງ ຕ້ອງຮັບປະກັນແຜນການຢ່າງລະອຽດ, ຄາດຄະເນລ່ວງໜ້າບັນດາກໍລະນີ ທີ່ຈະເກີດຂຶ້ນ ພາຍໃນ ແລະ ຫຼັງວັນເລືອກຕັ້ງ.
(ແຫຼ່ງຄັດຈາກ VOV)