• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັບປະກັນການຊ່ວຍໜູນສັງຄົມຢ່າງຍຸຕິທຳໃຫ້ແກ່ແຮງງານຂຶ້ນກັບ ວິສາຫະກິດ FDI

      ຕອນບ່າຍວັນທີ 15 ເມສາ, ຢູ່ແຂວງ ດົ່ງນາຍ, ອົງການປະກັນສັງຄົມ ຫວຽດນາມ ໄດ້ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຈັດຕັ້ງກອງປະຊຸມສົນທະນາກັບບັນດາວິສຫາກິດ ສ.ເກົາຫຼີ ກ່ຽວກັບການປະຕິບັດນະໂຍບາຍປະກັນສັງຄົມ, ປະກັນສຸຂະພາບ.
ກອງປະຊຸມສົນທະນາກັບບັນດາວິສຫາກິດ ສ.ເກົາຫຼີ ກ່ຽວກັບການປະຕິບັດນະໂຍບາຍປະກັນສັງຄົມ, ປະກັນສຸຂະພາບ (ພາບ: ອົງການປະກັນສັງຄົມ)
      ສ.ເກົາຫຼີ ພວມນຳໜ້າບັນດາປະເທດລົງທຶນເຂົ້າແຂວງ ດ້ວຍຈຳນວນທຶນຈົດທະບຽນເກືອບ 7 ຕື້ USD ແລະ 300 ໂຄງການ. ປີ 2020, ຈຳນວນວິສາຫະກິດ ມີເງິນລົງທຶນໂດຍກົງຈາກຕ່າງປະເທດ FDI ສ.ເກົາຫຼີ ເຂົ້າຮ່ວມປະກັນສັງຄົມໃນບໍລິເວນແຂວງ ດົ່ງນາຍ ແມ່ນ 329 ແຫ່ງ, ປະກອບຈຳນວນເງິນຫຼາຍກວ່າ 3.400 ຕື້ດົ່ງເຂົ້າໃນກອງທຶນປະກັນສັງຄົມ, ປະກັນສຸຂະພາບ, ປະກັນອຸບັດຕິເຫດແຮງງານ - ພະຍາດຍ້ອນອາຊີບ. ການນຳແຂວງ ດົ່ງນາຍ ໃຫ້ຄຳໝັ້ນສັນຍາວ່າ ຈະສ້າງທຸກເງື່ອນໄຂສະດວກເພື່ອດຶງດູດເງິນລົງທຶນຈາກຕ່າງປະເທດເວົ້າລວມ ແລະ ທຶນ FDI ສ.ເກົາຫຼີ ເວົ້າສະເພາະ, ພ້ອມກັນນັ້ນ ຈະປະຕິບັດການປະຕິຮູບນະໂຍບາຍປະກັນສັງຄົມ ເພື່ອແນໃສ່ຮັບປະກັນການໜູນຊ່ວຍສັງຄົມໃນບໍລິເວນແຂວງ.
        ທ່ານ ຫງວຽນເຖ໊ແມ້ງ, ຜູ້ອຳນວຍການໃຫຍ່ອົງການປະກັນສັງຄົມ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ພວມດຳເນີນການສົນທະນາກັບ ສ.ເກົາຫຼີ ເພື່ອມຸ່ງໄປເຖິງການເຊັນສົນທິສັນຍາສອງຝ່າຍ ກ່ຽວກັບປະກັນສັງຄົມ ເພື່ອສ້າງພື້ນຖານແກ່ການເຊັນບັນດາຂໍ້ຕົກລົງທີ່ມີລັກສະນະນິຕິກຳ ແນໃສ່ຮັບປະກັນການໜູນຊ່ວຍສັງຄົມ ໃຫ້ແກ່ແຮງງານຂອງແຕ່ລະປະເທດ. 
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນເຖິງຄຸນ​ງາມ​ຄວາມ​ດີ​ໃນ​ການ​ປະ​ກອບ​ສ່ວນ​ທີ່​ຍິ່ງ​ໃຫຍ່​ຂອງ​ສະ​ຫາຍທີ່ມີ​ຕໍ່​ການ​ເພີ່ມ​ພ​ູນ​ຄູນ​ສ້າງການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ.

Top