• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອດປີ 2050, ສະໜາມບິນສາກົນ ໂນ້ຍບ່າຍ ສາມາດຕ້ອນຮັບຜູ້ໂດຍສານ 100 ລ້ານຄົນ

      ກົມການບິນຫວຽດນາມ ຫາກໍ່ສົ່ງບົດລາຍງານຕໍ່ກະຊວງຄົມມະນາຄົມຂົນສົ່ງຫວຽດນາມ ກ່ຽວກັບເລື່ອງປັບປຸງການວາງແຜນທ່າອາກາດສະຍານສາກົນໂນ້ຍບ່າຍ (ຮ່າໂນ້ຍ) ໄລຍະຮອດປີ 2030, ກຳນົດທິດຮອດປີ 2050.

ທ່າອາກາດສະຍານສາກົນໂນ້ຍບ່າຍ
(ພາບ: hanoimoi.com.vn)
      ຕາມນັ້ນແລ້ວ, ບໍລິສັດທີ່ປຶກສາສະຖາປັດຕະຍາກຳ ແລະ ເຕັກນິກສະໜາມບິນ - ADPi (ຝລັ່ງ) ໄດ້ສ້າງສຳເລັດໂດຍພື້ນຖານບົດລາຍງານທ້າຍໄລຍະກ່ຽວກັບການວາງແຜນຜັງທ່າອາກາດສະຍານສາກົນ ໂນ້ຍບ່າຍ. ທ່າອາກາດສະຍານສາກົນ ໂນ້ຍບ່າຍ ສາມາດຮັບບັນດາເຮືອບິນລຳໃຫຍ່ທີ່ສຸດໃນປະຈຸບັນຄື: B777-X, B747-8, B777-300 ER ແລະ A380. ຮອດປີ 2030, ສະໜາມບິນສາກົນໂນ້ຍບ່າຍ ສາມາດຮັບຜູ້ໂດຍສານ 63 ລ້ານຄົນ/ປີ ແລະ ຮັບສິນຄ້າ 2 ລ້ານໂຕນ/ປີ. ຕົວເລກດັ່ງກ່າວຈະເພີ່ມຂຶ້ນເປັນ 100 ລ້ານຄົນ/ປີ ແລະ ຮັບສິນຄ້າ 5 ລ້ານໂຕນ/ປີ ໃນປີ 2050.
        ປີ 2019, ທ່າອາກາດສະຍານສາກົນໂນ້ຍບ່າຍ ໄດ້ຮັບຜູ້ໂດຍສານປະມານ 29 ລ້ານຄົນ/ປີ.
(ແຫຼ່ງຄັດຈາກ VOV)

ເປັ​ນ​ເຈົ້າ​ການ​ຕັ້ງ​ໜ້າ​ປະ​ຕິ​ບັດ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ເສດ​ຖະ​ກິດ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຕີບ​ໂຕ​ບັນ​ລຸ ສອງ​ຕົວ​ເລກ

ເປັ​ນ​ເຈົ້າ​ການ​ຕັ້ງ​ໜ້າ​ປະ​ຕິ​ບັດ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ເສດ​ຖະ​ກິດ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຕີບ​ໂຕ​ບັນ​ລຸ ສອງ​ຕົວ​ເລກ

ຕອນຄ່ຳວັນທີ 10 ມັງກອນ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມສະຫຼຸບວຽກງານການຕ່າງປະເທດເສດຖະກິດປີ 2025ແລະ ຜັນຂະຫຍາຍໜ້າທີ່ປີ 2026.

Top