ຂ່າວສານ
ອົງການກວດສອບບັນຊີສູງສຸດຕ້ອງເປັນບ່ອນອີງທີ່ໜ້າໄວ້ເນື້ອເຊື່ອໃຈເພື່ອປັບປຸງກົດລະບຽບ, ລະບຽບວິໄນດ້ານການເງິນ
ສິ່ງດັ່ງກ່າວໂດຍທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ເນັ້ນໜັກທີ່ການພົບປະກັບຄະນະການນຳບັນດາອົງການກວດສອບບັນຊີສາກົນເນື່ອງໃນໂອກາດມາ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຳມະນາສາກົນ "ອົງການກວດສອບບັນຊີສູງສຸດໃນສະພາບການໃໝ່: ວິໄສທັດ, ລະບອບລະບຽບການ ແລະ ນະວັດຕະກຳ". ໂດ ອົງການກວດສອບບັນຊີແຫ່ງລັດ ຫວຽດນາມ ຈັດຂຶ້ນໃນໃນຕອນບ່າຍວັນທີ 27 ຕຸລາ, ທີ່ຮ່າໂນ້ຍ. ທ່ານ ເຈິ່ນແທັງເໝີ້ນ ຊີ້ແຈ້ງວ່າ.
ການຄຸ້ມຄອງທີ່ດີແມ່ນແຫຼ່ງກຳລັງ, ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນແມ່ນຊັບສົມບັດຍຸດທະສາດ. ດ້ວຍຄວາມເອກະລາດ, ພາວະວິໄສ ແລະ ອີງໃສ່ຫຼັກຖານ, ບັນດາອົງການກວດສອບບັນຊີສູງສຸດຕ້ອງເປັນບ່ອນອີ່ງທີ່ໜ້າໄວ້ເນື້ອເຊື່ອໃຈເພື່ອປັບປຸງກົດລະບຽບ, ລະບຽບວິໄລດ້ານການເງິນ, ຍົກສູງຄວາມຮັບຜິດຊອບອະພິປາຍ ແລະ ປົກປ້ອງຄວາມໄວ້ເນື້ອເຊື່ອໃຈຂອງມະຫາຊົນ; ສິ່ງສຳຄັນແມ່ນບັນດາອົງການກວດສອບບັນຊີຕ້ອງມີສິດອຳນາດ, ເງື່ອນໄຂຢ່າງພຽງພໍເພື່ອປະຕິບັດໜ້າທີ່ຂອງຕົນຢ່າງພາວະວິໄສ, ເປັນມືອາຊີບ ແລະ ຄວາມຊື່ສັດ.
ທ່ານປະທານສະພາແຫ່ງຊາດ ຮຽກຮ້ອງໃຫ້ອົງການກວດສອບບັນຊີແຫ່ງລັດ ຫວຽດນາມ ຕ້ອງສືບຕໍ່ເສີມຂະຫຍາຍບັນດາກົນໄກຂອງອົງການຈັດຕັ້ງສາກົນ, ພາກພື້ນຢ່າງມີປະສິດທິຜົນ; ຍູ້ແຮງການກວດສອບບັນຊີ, ຮ່ວມມືແບ່ງປັນວິທີການປຶກສາຫາລື ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.






