ຂ່າວສານ

ອົງການກວດສອບບັນຊີສູງສຸດຕ້ອງເປັນບ່ອນອີງທີ່ໜ້າໄວ້ເນື້ອເຊື່ອໃຈເພື່ອປັບປຸງກົດລະບຽບ, ລະບຽບວິໄນດ້ານການເງິນ

  • 27/10/2026
ທ່ານປະທານສະພາແຫ່ງຊາດ ຮຽກຮ້ອງໃຫ້ອົງການກວດສອບບັນຊີແຫ່ງລັດ ຫວຽດນາມ ຕ້ອງສືບຕໍ່ເສີມຂະຫຍາຍບັນດາກົນໄກຂອງອົງການຈັດຕັ້ງສາກົນ, ພາກພື້ນຢ່າງມີປະສິດທິຜົນ
  ທ່ານ ເຈິ່ນແທັງເໝີ້ນ, ເ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ຄະນະ​ການນຳບັນ​ດາອົງການກວດສອບ​ບັນ​ຊີສາ​ກົນ. (ພາບ: VNA)  

ສິ່ງ​ດັ່ງ​ກ່າວ​ໂດຍ​ທ່ານ ເຈິ່ນ​ແທັງເໝີ້ນ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເນັ້ນໜັກທີ່ການພົບປະກັບຄະນະ​ການນຳບັນ​ດາອົງການກວດສອບ​ບັນ​ຊີສາ​ກົນ​ເນື່ອງ​ໃນ​ໂອ​ກາດ​ມາ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຳ​ມະ​ນາສາກົນ "​ອົງ​ການ​ກວດ​ສອບ​ບັນ​ຊີສູງສຸດໃນສະພາບການໃໝ່: ວິໄສທັດ, ລະ​ບອບ​ລະ​ບຽບ​ການ ແລະ ນະວັດຕະກຳ". ໂດ​ ອົງ​ການກວດສອບບັນ​ຊີ​ແຫ່ງ​ລັດ ຫວຽດນາມ ຈັດ​ຂຶ້ນ​ໃນໃນຕອນບ່າຍ​ວັນ​ທີ 27 ຕຸລາ, ທີ່ຮ່າໂນ້ຍ. ທ່ານ ເຈິ່ນແ​ທັງເ​ໝີ້ນ ​ຊີ້​ແຈ້ງວ່າ.

ການຄຸ​້ມຄອງທີ່ດີແມ່ນ​ແຫຼ່ງ​ກຳ​ລັງ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈຂອງປະ​ຊາ​ຊົນ​ແມ່ນ​ຊັບ​ສົມ​ບັດຍຸດທະສາດ. ​ດ້ວຍຄວາມເອກະລາດ, ​ພາ​ວະ​ວິ​ໄສ ແລະ ອີງໃສ່​ຫຼັກຖານ, ບັນ​ດາ​ອົງ​ການກວດສອບບັນ​ຊີ​ສູງສຸດຕ້ອງເປັນ​ບ່ອນ​ອີ່ງ​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ເພື່ອ​ປັບ​ປຸງກົດ​ລະ​ບຽບ, ​ລະ​ບຽບ​ວິ​ໄລດ້ານການເງິນ, ຍົກ​ສູງຄວາມຮັບຜິດຊອບອະ​ພິ​ປາຍ ແລະ ປົກປ້ອງຄວາມໄວ້ເນື້ອ​ເຊື່ອໃຈຂອງ​ມະ​ຫາ​ຊົນ; ສິ່ງສຳ​ຄັນແມ່ນ​​ບັນ​ດາອົງ​ການກວດສອບ​ບັນ​ຊີຕ້ອງມີສິດອຳນາດ, ເງື່ອ​ນ​ໄຂ​ຢ່າງ​ພຽງ​ພໍເພື່ອ​ປະ​ຕິ​ບັດໜ້າທີ່ຂອງຕົນຢ່າງພາ​ວະ​ວິ​ໄສ, ເປັນມືອາຊີບ ແລະ ຄວາມຊື່ສັດ.

ທ່ານປະທານສະພາແຫ່ງຊາດ ​ຮຽກ​ຮ້ອງ​ໃຫ້ອົງການກວດສອບ​ບັນ​ຊີແຫ່ງລັດ ຫວຽດນາມ ຕ້ອງສືບຕໍ່​ເສີມ​ຂະ​ຫຍາຍ​ບັນ​ດາກົນໄກ​ຂອງ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ພາກພື້ນ​ຢ່າງ​ມີປະສິດທິຜົນ; ຍູ້​ແຮງ​ການກວດສອບ​ບັນ​ຊີ, ​ຮ່ວມ​ມືແບ່ງປັນວິທີການ​ປຶກ​ສາ​ຫາ​ລື ແລະ ​ບຳ​ລຸງ​ສ້າງ​ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.


top