ວັນທີ 31 ກໍລະກົດ, ອີຣານປະກາດວ່າ ຊ່ອງແຄບທະເລ Hormuz ບໍ່ສາມາດຈໍລະຈອນໃນຈຸດເວລາປະຈຸບັນ. ນີ້ແມ່ນຄັ້ງທີ 2 ໃນເດືອນກໍລະກົດນີ້ ທີ່ ອີຣານ ໄດ້ປະກາດປິດປະຕູຊ່ອງແຄບທະເລ Hormuz. ອົງການຄຸ້ມຄອງຊ່ອງແຄບທະເລອ່າວ ເປີເຊຍ (PGSA) ຂອງອີຣານ ຊີ້ແຈ້ງວ່າ ການຈໍລະຈອນຜ່ານ ຊ່ອງແຄບທະເລ Hormuz ໃນຈຸດເວລາປະຈຸບັນແມ່ນບໍ່ສາມາດປະຕິບັດໄດ້ ຍ້ອນການກະທຳເກາະຜິດຂອງທະຫານ ອາເມລິກາ ຍັງສືບຕໍ່ໄດ້ດຳເນີນ. ເມື່ອສະພາບການເປັນປົກກະຕິຄືນໃໝ່, ເຕເຮຣານ ຈະພິດຈາລະນາທຸກຂໍ້ສະເໜີຈໍລະຈອນ ແລະ ສະໜອງໃບອະນຸຍາດຄືນໃໝ່ໂດຍໄວ.
ອິຣານ ໄດ້ປະກາດປິດປະຕູການຈໍລະຈອນຜ່ານຊ່ອງແຄບທະເລ Hormuz ໃນສະພາບການທີ່ທະຫານ ອາເມລິກາ ແລະ ອີຣານ ໄດ້ເປີດບັ້ນດັກໂຈມຕີຄັ້ງໃໝ່ເລັ່ງໃສ່ກັນ. ວັນທີ 31 ກໍລະກົດແມ່ນມື້ທີ 3 ຂອງການປະທະກັນຄັ້ງໃໝ່. ອົງການພິທັກປະຕິວັດອິດຊະລາມ ອີຣານ (IRGC) ໄດ້ຍິງລູກສອນໄຟ ແລະ UAV ບຸກໂຈມຕີບັນດາຖານທີ່ໝັ້ນຂອງ ອາເມລິກາ ຢູ່ພາກພື້ນ. ການດັກໂຈມຕີຄັ້ງຫຼ້າສຸດໄດ້ດຳເນີນເມື່ອຕອນບ່າຍວັນທີ 31 ກໍລະກົດ ແນໃສ່ຖານທີ່ໝັ້ນກອງທັບອາກາດ Ahmad al-Jaber ຂອງ ອາເມລິກາ ປະຈຳ ກູເວດ.






