ຂ່າວສານ

ອີ​ຣານ ​ປະ​ກາດ​ປິດ​ປະ​ຕູ​ຊ່ອງ​ແຄບ​ທະ​ເລ Hormuz

ອິ​ຣານ ໄດ້​ປະ​ກາດການ​ປະ​ກາດ​ປິດ​ປະ​ຕູ​ການ​ຈໍ​ລະ​ຈອນ​ຜ່ານຊ່ອງ​ແຄບ​ທະ​ເລ Hormuz ໃນສະ​ພາບ​ການ​ທີ່​ທະ​ຫານ ອາ​ເມ​ລິ​ກາ ແລະ ອີ​ຣານ ໄດ້​ເປີດບັ້ນ​ດັກ​ໂຈມ​ຕີ​ຄັ້ງ​ໃໝ່​ເລັ່ງ​ໃສ່​ກັນ.
  (ພາບປະກອບ: IRNA/VNA)  

ວັນ​ທີ 31 ກໍ​ລະ​ກົດ, ອີ​ຣານ​ປະ​ກາດ​ວ່າ ຊ່ອງ​ແຄບ​ທະ​ເລ Hormuz ບໍ່​ສາ​ມາດຈໍ​ລະ​ຈອນ​ໃນ​ຈຸດ​ເວ​ລາ​ປະ​ຈຸ​ບັນ. ນີ້​ແມ່ນ​ຄັ້ງ​ທີ 2 ໃນ​ເດືອນ​ກໍ​ລະ​ກົດ​ນີ້ ທີ່ ອີ​ຣານ ໄດ້​ປະ​ກາດ​ປິດ​ປະ​ຕູຊ່ອງ​ແຄບ​ທະ​ເລ Hormuz. ອົງ​ການຄຸ້ມ​ຄອງຊ່ອງ​ແຄບ​ທະ​ເລອ່າວ ເປີ​ເຊຍ (PGSA) ຂອງ​ອີ​ຣານ ຊີ້​ແຈ້ງວ່າ ການ​ຈໍ​ລະ​ຈອນ​ຜ່ານ ຊ່ອງ​ແຄບ​ທະ​ເລ Hormuz ໃນຈຸດ​ເວ​ລາ​ປະ​ຈຸ​ບັນ​ແມ່​ນບໍ່​ສາ​ມາດ​ປະ​ຕິ​ບັດ​ໄດ້ ຍ້ອນ​ການ​ກະ​ທຳ​ເກາະ​ຜິດ​ຂອງ​ທະ​ຫານ ອາ​ເມ​ລິ​ກາ ຍັງ​ສືບ​ຕໍ່​ໄດ້​ດຳ​ເນີນ. ເມື່ອ​ສະ​ພາບ​ການ​ເປັນ​ປົກ​ກະ​ຕິ​ຄືນ​ໃໝ່, ​ເຕ​ເຮ​ຣານ ຈະ​ພິດ​ຈາ​ລະ​ນາທຸກ​ຂໍ້​ສະ​ເໜີ​ຈໍ​ລະ​ຈອນ ແລະ ສະ​ໜອງ​ໃບ​ອະ​ນຸ​ຍາດ​ຄືນ​ໃໝ່​ໂດຍ​ໄວ.

​ອິ​ຣານ ໄດ້​ປະ​ກາດ​ປິດ​ປະ​ຕູ​ການ​ຈໍ​ລະ​ຈອນ​ຜ່ານຊ່ອງ​ແຄບ​ທະ​ເລ Hormuz ໃນສະ​ພາບ​ການ​ທີ່​ທະ​ຫານ ອາ​ເມ​ລິ​ກາ ແລະ ອີ​ຣານ ໄດ້​ເປີດບັ້ນ​ດັກ​ໂຈມ​ຕີ​ຄັ້ງ​ໃໝ່​ເລັ່ງ​ໃສ່​ກັນ. ວັນ​ທີ 31 ກໍ​ລະ​ກົດ​ແມ່ນ​ມື້​ທີ 3 ຂອງ​ການ​ປະ​ທະ​ກັນ​ຄັ້ງ​ໃໝ່. ອົງ​ການ​ພິ​ທັກ​ປະ​ຕິ​ວັດ​ອິ​ດ​ຊະ​ລາມ ອີ​ຣານ (IRGC) ໄດ້​ຍິງ​ລູກ​ສອນ​ໄຟ ແລະ UAV ບຸກ​ໂຈມ​ຕີ​ບັນ​ດາ​ຖານ​ທີ່​ໝັ້ນ​ຂອງ ອາ​ເມ​ລິ​ກາ ຢູ່​ພາກ​ພື້ນ. ການ​ດັກ​ໂຈມ​ຕີ​ຄັ້ງຫຼ້າ​ສຸດ​ໄດ້​ດຳ​ເນີນ​ເມື່ອ​ຕອນ​ບ່າຍ​ວັນ​ທີ 31 ກໍ​ລະ​ກົດ ແນ​ໃສ່​ຖານ​ທີ່​ໝັ້ນກອງ​ທັບ​ອາ​ກາດ Ahmad al-Jaber ​ຂອງ ອາ​ເມ​ລິ​ກາ ​ປະ​ຈຳ ກູ​ເວດ.


top