ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ເປັນຄັ້ງທຳອິດກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກກຳນົດການຕ່າງປະເທດ ແມ່ນ “ໜ້າທີ່ຈຸດສຸມ, ເປັນປະຈຳ”.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ(ພາບ: VNA)
ຕອນເຊົ້າວັນທີ 1 ສິງຫາ, ຢູ່ຮ່າໂນ້ຍ, ກອງປະຊຸມການທູດຄັ້ງທີ 33 ດ້ວຍຫົວຂໍ້ “ພັດທະນາບົບບາດນຳໜ້າ ແລະ ປະຕິບັດໜ້າທີ່ຈຸດສຸມ, ປະຈຳຂອງການຕ່າງປະເທດ ຫວຽດນາມໃນສັງກາດໃໝ່” ໄດ້ໄຂຂຶ້ນຢ່າງເປັນທາງການຕາມຮູບແບບເຊິ່ງໜ້າສົມທົບທາງໄກກັບບັນດາທ້ອງຖິ່ນ ແລະ ອົງການຕ່າງໜ້າຫວຽດນາມ ປະຈຳຕ່າງປະເທດ. ກອງປະຊຸມມີການເຂົ້າຮ່ວມຂອງ 103 ເອກອັກຄະລັດຖະທູດ , ຫົວໜ້າຕາງໜ້າບັນດາອົງການຈັດຕັ້ງສາກົນ ທີ່ມາຈາກ 90 ປະເທດ ແລະ ເຂດແຄ້ວນ.
ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ເປັນຄັ້ງທຳອິດກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກກຳນົດການຕ່າງປະເທດ ແມ່ນ “ໜ້າທີ່ຈຸດສຸມ, ເປັນປະຈຳ”, ຢັ້ງຢືນການຕ່າງປະເທດບໍ່ພຽງແຕ່ແມ່ນການເຄື່ອນໄຫວພົບພັນກັບພາຍນອກເທົ່ານັ້ນ ຫາກຍັງໄດ້ກາຍເປັນພາກສ່ວນສຳຄັນໃນຄວາມສາມາດສັງລວມແຫ່ງຊາດ, ແມ່ນພາລະກິດຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ແລະ ທົ່ວລະບົບການເມືອງອີກດ້ວຍ.
ຕີລາຄາໝາກຜົນພາຍຫຼັງກອງປະຊຸມການທູດຄັ້ງທີ 32, ທ່ານເລຂາທິການໃຫຍ່, ປະທານປະເທດ ຢັ້ງຢືນວ່າ ວຽກງານການຕ່າງປະເທດໄດ້ຜັນຂະຫຍາຍຢ່າງເປັນເຈົ້າການ, ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜົນປະໂຫຍດແຫ່ງຊາດ. ການພົວພັນຕ່າງປະເທດສືບຕໍ່ໄດ້ເປີດກວ້າງ ແລະ ຍົກລະດັບ, ການທູດຫຼາຍຝ່າຍ, ການທູດເສດຖະກິດ, ວິທະຍາສາດ ເຕັກໂນໂລຢີ, ວັດທະນະທຳ, ວຽກງານກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ ແລະ ການປົກປ້ອງພົນລະເມືອງລ້ວນແຕ່ບັນລຸໄດ້ໝາກຜົນທີ່ຕັ້ງໜ້າຫຼາຍຢ່າງ, ປະກອບສ່ວນຢ່າງແທດຈິງເຂົ້າການພັດທະນາປະເທດຊາດ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີທົ່ວຂະແໜງສຸມໃສ່ປະຕິບັດບັນດາໜ້າທີ່ຈຸດສຸມ, ໃນນັ້ນ, ຂະແໜງການທູດຕ້ອງເປັນເຈົ້າການຄາດຄະເນ, ຮັບຮູ້ກາລະໂອກາດໂດຍໄວ, ຫັນກາລະໂອກາດກາຍເປັນໝາກຜົນ, ຮັກສາຄວາມເປັນເຈົ້າຍຸດທະສາດໃນສະພາບການໂລກເຕັມໄປດ້ວຍການຜັນແປ. ພິເສດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຮຽກຮ້ອງການທູດຕ້ອງຫັນບັນດາຂອບເຂດການຮ່ວມມືກາຍເປັນໂຄງການ, ກິດຈະກຳລະອຽດ, ຖືປະສິດທິຜົນຢ່າງແທດຈິງແມ່ນໄມ້ຫຼ້າວັດແທກ. ທ່ານໃຫ້ຮູ້ວ່າ:
ໃຫ້ບຸລິມະສິດແຫຼ່ງກຳລັງໃຫ້ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ, ພັດທະນາເສດຖະກິດເອກະຊົນ ແລະ ຍົກສູງຄວາມສາມາດຂອງການລົງທຶນຈາກຕ່າງປະເທດ. ດຶງດູດທີ່ມີການຄັດເລືອກບັນດາໂຄງການເຕັກໂນໂລຢີສູງເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ, ພື້ນຖານໂຄງລ່າງດີຈີຕອນ, ພະລັງງານສະອາດ, ເຕັກໂນໂລຢີຊີວະສາດ, ກະສິກຳທັນສະໄໝ, ຕິດພັນກັບການລົງທຶນກັບການຖ່າຍທອດເຕັກໂນໂລຢີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະການເຂົ້າຮ່ວມຂອງວິສາຫະກິດ ຫວຽດນາມ ໃນລະບົບມູນຄ່າສະໜອງທົ່ວໂລກ.