ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ໜ້າທີ່ຈຸດສຸມໃນປັດຈຸບັນແມ່ນເຮັດວແນວໃດເພື່ອຫັນການພົວພັນກາຍເປັນແຫຼ່ງກຳລັງພັດທະນາຢ່າງແທດຈິງ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມກ່າວຄຳເຫັນທີ່ການເຮັດວຽກ (ພາບ: VNA)
ໃນຂອບເຂດກອງປະຊຸມການທູດຄັ້ງທີ 33, ຕອນບ່າຍວັນທີ 31 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເຮັດວຽກກັບການນຳກະຊວງການຕ່າງປະເທດ ແລະ ບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖືວ່າ ກອງປະຊຸມແມ່ນໂອກາດເພື່ອເຊື່ອມຊຶມລະບົບບັນດາມະຕິຂອງພັກກ່ຽວກັບການກໍ່ສ້າງ, ພັດທະນາ ແລະ ປົກປັກຮັກສາປະເທດຊາດໃນໄລຍະໃໝ່ຢ່າງເລິກເຊິ່ງກວ່າອີກ, ຈາກນັ້ນສ້າງຄວາມເຫັນດີເປັນເອກະພາບສູງກ່ຽວກັບຄວາມຮັບຮູ້ ກໍ່ຄືທິດທາງການກະທຳ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ໜ້າທີ່ຈຸດສຸມໃນປັດຈຸບັນແມ່ນເຮັດວແນວໃດເພື່ອຫັນການພົວພັນກາຍເປັນແຫຼ່ງກຳລັງພັດທະນາຢ່າງແທດຈິງ ແລະ ສະເໜີບັນດາຫົວໜ້າອົງການຕາງໜ້າຖືເປັນສຳຄັນວຽກງານຄາດຄະເນໂດຍໄວກ່ຽວກັບບັນດາຮົ້ວກີດຂວາງດ້ານການຄ້າ, ມາດຕະການປ້ອງກັນຕົວ, ມາດຖານຂຽວ, ຂໍ້ກຳນົດຕົ້ນກຳເນີດ ແລະ ການຄວບຄຸມການສົ່ງອອກເຕັກໂນໂລຢີ. ພ້ອມກັນນັ້ນ, ປະຕິບັດວຽກງານປົກປ້ອງພົນລະເມືອງເປັນຢ່າງດີ, ສ້າງເຄືອຂ່າຍນັກຊ່ຽວຊານຫວຽດນາມ ໃນບັນດາຂົງເຂດເຕັກໂນໂລຢີຫຼັກແຫຼ່ງ.
(ແຫຼ່ງຄັດຈາກ VOV)