• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ເອົາ​ທຸງ​ຂຶ້ນ​ເສົາ ອາ​ຊຽນ: ຊຸກ​ຍູ້​ຄວາມ​ສາ​ມັ​ກ​ຄີ, ການ​ຮ່ວມ​ມື​ເພື່ອ​ອະ​ນາ​ຄົດ​ໃນ​ພາກ​ພື້ນ

ຕອນ​ເຊົ້າ​ວັນ​ທີ 31 ກໍ​ລະ​ກົດ, ຢູ່​ສຳ​ນັກ​ງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ (ຮ່າ​ໂນ້ຍ), ພິ​ທີ​​ເອົ​າ​ທຸງ​ຂຶ້ນ​ ອາ​ຊຽນ ຂຶ້ນ​ເສົາ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ ອາ​ຊຽນ ຄົບ​ຮອບ 59 ປີ (8/8/1967 – 8/8/2026) ແລະ 31 ປີ ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊ​ຽນ (28/7/1995 - 28/7/2026) ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂ​ອງ​ທ່ານ ເລ​ຮ​ວ່າຍ​ຈູງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ.
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ພິ​ທີ​ເອົາ​ທຸງ​ຂຶ້ນ​ເສົາ (ພາບ: VNA)

ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ອຸ​ປະ​ທູດ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ, ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື ພ້ອມ​ດ້ວຍ​ຜູ້​ຕາງ​ໜ້າ​ສະ​ພາ​ແຫ່ງ​ຊາດ, ບັນ​ດາ​ອົງ​ການ​ລັດ​ຖະ​ບານ ແລະ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ໄດ້​ເຂົ້າ​ຮ່ວມ​ເຫດ​ການ​ດັ່ງ​ກ່າວ.

​ກ່າວ​ຄຳ​ເຫັນ​ໃນ​ເຫດ​ການ, ທ່ານ​ລັດ​ຖະ​ມົນ​ຕີ ເລ​ຮ​ວ່າຍ​ຈູງ ໄດ້​ຍົກ​ອອກ 3 ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ແກ່ນ​ສານ​ໃຫ້​ແກ່ ອາ​ຊຽນ, ນັ້ນ​ແມ່ນ: ຄວາມ​ຕັດ​ສິນ​ໃຈ, ຄວາມ​ສາ​ມາດ​ທົນ​ທານ ແລະ ປົວ​ແປງ​ຢ່າງ​ບໍ່​ຢຸດ​ຢັ້ງ. ໃນ​ນັ້ນ, ຄວາມ​ຕັດ​ສິນ​ໃຈ​ຕ້ອງ​ໄດ້​ວັດ​ແທກ​ດ້ວຍ​ບັນ​ດາ​ໝາກ​ຜົນ​ລະ​ອຽດ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ຢ່າງ​ແທ້​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ. ທ່ານ​ກ່າວ​ວ່າ:

  ທ່ານ​ລັດ​ຖະ​ມົນ​ຕີ ເລ​ຮ​ວ່າຍ​ຈູງ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ (ພາບ: VNA)  

“ເພື່ອ​ບັນ​ລຸ​ໄດ້​ສິ່ງ​ເຫຼົ່າ​ນັ້ນ, ອາ​ຊຽນ ຕ້ອງ​ຮັບ​ປະ​ກັນ​ຄວາມ​ຮັບ​ຜິດ​ຊອບ​ຢ່າງ​ຈະ​ແຈ້ງ, ຈັດ​ແບ່ງ​ແຫຼ່ງ​ກຳ​ລັງ​ຢ່າງ​ພຽງ​ພໍ ແລະ ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ບັນ​ດາ​ນະ​ໂຍ​ບາຍ​ຊີ້​ຂາດ​ໃນ​ລະ​ດັບ​ພາກ​ພື້ນ ດ້ວຍ​ເລື່ອງ​ຜັນ​ຂະ​ຫຍາຍ​ຢູ່​ແຕ່​ລະ​ປະ​ເທດ. ສະ​ມາ​ຄົມ​ກໍ​ຕ້ອງ​ຫັນ​ຈາກ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຂັ້ນ​ຕອນ​ໄປ​ສູ່​ການ​ມຸ່ງ​ໄປ​ເຖິງ​ໝາກ​ຜົນ, ຈາກ​ການ​ປຶກ​ສາ​ຫາ​ລື​ໄປ​ສູ່​ການ​ປະ​ສານ​ສົມ​ທົບ​ກັນ​ເຄື່ອນ​ໄຫວ ແລະ ຈາກ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບຫຼັກ​ການ ໄປ​ສູ່​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ການ​ປະ​ຕິ​ບັດ​ຕົວ​ຈິງ”.

(ແຫຼ່ງຄັດຈາກ VOV)

ປຸກ​ລະ​ດົມ​ການ​ເສັງ​ປະ​ດິດ​ຄິດ​ສ້າງສັນ​ຍາ​ລັກ​ປີ APEC 2027

ປຸກ​ລະ​ດົມ​ການ​ເສັງ​ປະ​ດິດ​ຄິດ​ສ້າງສັນ​ຍາ​ລັກ​ປີ APEC 2027

ຕອນ​ບ່າຍ​ວັນ​ທີ 31 ກໍ​ລະ​ກົດ, ຢູ່​ຮ່າ​ໂນ້ຍ, ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ປຸກ​ລະ​ດົມ​ການ​ເສັງ​ປະ​ດິດ​ຄິດ​ສ້າງ​​ສັນ​ຍາ​ລັກ​ປີ APEC 2027, ປີ ຫວຽດ​ນາມ ເປັນ​ປະ​ເທດ​ເຈົ້າ​ພາບ​ຈັດ​ເຫດ​ການ​ສຳ​ຄັນ​ນີ້.

Top