• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖົ່ວ​ລຽນ ຫວຽດ​ນາມ ສົ່ງ​ອອກ​ໄປ​ຍັງ​ຕະຫຼາດ​ທີ່​ມີ​ປະ​ຊາ​ກອນກວ່າ 1 ຕື້​ຄົນ

ລັດ​ຖະ​ບານ ອິນ​ເດຍ ໄດ້​ອະ​ນຸ​ຍາດ​ນຳ​ເຂົ້າ​ໝາກ​ຖົ່ວ​ລຽນ​ສົດ​ຂອງ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ, ​​ເຊິ່ງ​ໄດ້​ເປີດ​ຕະຫຼາດ​ສົ່ງ​ອອກ​ໃໝ່​​ຕື່ມ​ອີກ​ໃຫ້​ແກ່​ຂະ​ແໜງ​ໝາກ​ຖົ່ວ​ລຽນ ຫວຽດ​ນາມ ແລະ ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ການ​ຄ້າ​ຜະ​ລິດ​ຕະ​ພັນ​ກະ​ເສດ​ລະ​ຫວ່າງ​ສອງ​ປະ​ເທດ.
  (ພາບປະກອບ: VNA)  

ຕາມ​ນັ້ນ​ແລ້ວ, ໃນ​ຄຳ​ສັ່ງ​ກັກ​ກັນ​ພະ​ຍາດ​ສັດ​ຕູ​ພືດ (ຂໍ້​ກຳ​ນົດ​​ການນຳ​ເຂົ້າ​ຕະ​ຫຼາດ ອິນ​ເດຍ) ສະ​ບັບ​ປັບ​ປຸງ​ຄັ້ງ​ທີ 5 ປີ 2026, ​ມີ​ຜົນ​ສັກ​ສິດ​ແຕ່​ວັນ​ທີ 13 ກໍ​ລະ​ກົດແລ້ວ, ​ອິນ​ເດຍ​ ໃສ່​ຊື່ ຫວຽດ​ນາມ ເຂົ້າ​​ໃນບັນ​ຊີ​ລາຍ​ຊື່​ບັນ​ດາ​ປະ​ເທດ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ສົ່ງ​ອອກ​ໝາກ​ຖົ່ວ​ລຽນ​ສົດ​ເຂົ້າ​ຕະຫຼາດ​ນີ້.

ອິນ​ເດຍ ແມ່ນ​ຕະຫຼາດ​ທີ່​ມີ​ຂອບ​ຂະ​ໜາດ​ປະ​ຊາ​ກອນ​ໃຫຍ່, ຄົນ​ຊັ້ນ​ກາງ ​ແລະ ຄວາມ​ຕ້ອງ​ການ​ສຳ​ລັບ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດ, ສະ​ບຽງ​ອາ​ຫານ​ນຳ​ເຂົ້າ​ທີ່​ມີ​ຄຸນ​ນະ​ພາບ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ເລື່ອງ​ເຂົ້າ​ເຖິງ​ຕະຫຼາດ​ນີ້ ໄດ້​ສ້າງ​ໂອ​ກາດ​ໃຫ້​ແກ່​ວິ​ສາ​ຫະ​ກິດ ຫວຽດ​ນາມ ຫັນ​ຕະຫຼາດ​ສົ່ງ​ອອກ​ເປັນຫຼາກຫຼາຍ, ຫຼຸດ​ຜ່ອນ​ການ​ເອື່ອຍ​ອີງ​ເຂົ້າ​ບາງ​ຕະຫຼາດດັ້ງ​ເດີມ, ພ້ອມ​ທັງ​ຍົກ​ສູງ​ມູນ​ຄ່າ ແລະ ທີ່​ຕັ້ງ​ຂອງ​ໝາກ​ຖົ່ວ​ລຽນ ຫວຽດ​ນາມ ໃນ​ຕະຫຼາດ​ສາ​ກົນ.

ປັດ​ຈຸ​ບັນ, ເນື້ອ​ທີ່​ປູກ​ໝາກ​ຖົ່ວ​ລຽນ​ຢູ່ ຫວຽດ​ນາມ ມີ​ປະ​ມານ 190.000 ເຮັກ​ຕາ ແລະ ປີ​ນີ້ ຄາດ​ວ່າ ຈະ​ເກັບ​ກູ້​ໄດ້ກວ່າ 2 ລ້ານ​ໂຕນ. ໃນ 5 ເດືອນ​ຕົ້ນ​ປີ 2026, ການ​ສົ່ງ​ອອກ​ໝາກ​ຖົ່ວ​ລຽນ ຄາດ​ວ່າ​ບັນ​ລຸ 562 ລ້ານ USD.

(ແຫຼ່ງຄັດຈາກ VOV)

 ພິ​ທີ​ເອົາ​ທຸງ​ຂຶ້ນ​ເສົາ ອາ​ຊຽນ: ຊຸກ​ຍູ້​ຄວາມ​ສາ​ມັ​ກ​ຄີ, ການ​ຮ່ວມ​ມື​ເພື່ອ​ອະ​ນາ​ຄົດ​ໃນ​ພາກ​ພື້ນ

ພິ​ທີ​ເອົາ​ທຸງ​ຂຶ້ນ​ເສົາ ອາ​ຊຽນ: ຊຸກ​ຍູ້​ຄວາມ​ສາ​ມັ​ກ​ຄີ, ການ​ຮ່ວມ​ມື​ເພື່ອ​ອະ​ນາ​ຄົດ​ໃນ​ພາກ​ພື້ນ

ຕອນ​ເຊົ້າ​ວັນ​ທີ 31 ກໍ​ລະ​ກົດ, ຢູ່​ສຳ​ນັກ​ງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ (ຮ່າ​ໂນ້ຍ), ພິ​ທີ​​ເອົ​າ​ທຸງ​ຂຶ້ນ​ ອາ​ຊຽນ ຂຶ້ນ​ເສົາ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ ອາ​ຊຽນ ຄົບ​ຮອບ 59 ປີ (8/8/1967 – 8/8/2026) ແລະ 31 ປີ ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊ​ຽນ (28/7/1995 - 28/7/2026) ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂ​ອງ​ທ່ານ ເລ​ຮ​ວ່າຍ​ຈູງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ.

Top