ຕາມສຳນັກຂ່າວສານ IRNA, ທ່ານ Kazem Gharibabadi ຮອງລັດຖະມົນຕີການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ເຕເຮຣານ ກໍຮຽກຮ້ອງ ອາເມລິກາ ຍົກເລີກບັນດາຄຳສັ່ງລົງໂທດ, ປົດປ່ອຍຊັບສິນທັງໝົດຂອງ ອີຣານ ທີ່ຖືກອາຍັດຢູ່ຕ່າງປະເທດ ແລະ ຢຸດຕິການປິດລ້ອມການເດີນເຮືອ ແນໃສ່ປະເທດນີ້. ນີ້ແມ່ນຄັ້ງທຳອິດ ທີ່ ອີຣານ ເປີດເຜີຍບັນດາເນື້ອໃນຫຼັກໃນຂໍ້ສະເໜີໃໝ່ຝາກເຖິງ ອາເມລິກາ. ເຖິງຢ່າງໃດກໍຕາມ, ວົງການນັກສັງເກດການໃຫ້ຂໍ້ສັງເກດວ່າ ບັນດາຄຳຮຽກຮ້ອງດັ່ງກ່າວ ບໍ່ຕ່າງຫຍັງຫຼາຍກັບຂໍ້ສະເໜີເກົ່າ ທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ເຄີຍປະຕິເສດເມື່ອອາທິດແລ້ວນີ້.







