• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ: ສຸມ​ໃສ່​ເປັນ​ເສ​ນາ​ທິ​ການ​ດ້ານ​ນະ​ໂຍ​ບາຍ, ປະ​ຕິ​ບັດ​ເປົ້າ​ໝາຍ​ເຕີບ​ໂຕ​ສອງ​ຕົວ​ເລກ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ສະ​ເໜີ​ວ່າ ໃນ​ອາ​ຍຸ​ການ​ນີ້, ກຳ​ມາ​ທິ​ການ​ເສດ​ຖະ​ກິດ ແລະ ການ​ເງິນ ຕ້ອງ​ຄັດ​ເລືອກ​ຈຸດ​ສຸມ​ການ​ຕິດ​ຕາມກວດ​ກາ​ໂດຍ​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ, ສຸມ​ໃສ່​ການ​ຕິດ​ຕາມກວດ​ກາ​ບັນ​ດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສ່ຽງ​ສູງ, ສົ່ງ​ຜົນ​ກະ​ທົບ​ຫຼາຍ.
  ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ  

ເມື່ອ​ກ່າວ​ຄຳ​ເຫັນ​ໃນ​ການ​ເຮັດ​ວຽກ​ກັບ ຄະ​ນະ​ປະ​ຈຳ​ກຳ​ມາ​ທິ​ການ​ເສດ​ຖະ​ກິດ ແລະ ການ​ເງິນ ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດນາມ ​ກ່ຽວ​ກັບ​ໜ້າ​ທີ່​ຈຸດ​ສຸມ​ປີ 2026 ແລະ ອາ​ຍຸ​ການ 2026 – 2031, ຕອນ​ເຊົ້າ​ວັນ​ທີ 20 ພຶ​ດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ທ່ານ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຕີ​ລາ​ຄາ​ສູງ​ຈິດ​ໃຈ​ເປັນ​ເຈົ້າ​ການ, ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ກຳ​ມາ​ທິ​ການ​ໃນ​ໄລ​ຍະ​ຜ່ານ​ມາ. ກ່ຽວ​ກັບ​ໜ້າ​ທີ່​ຈຸ​ດ​ສຸມ​ໃນ​ໄລ​ຍະ​ຈ​ະ​ມາ​ເຖິງ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ເໜີ​ໃຫ້​ກຳ​ມ​າ​ທິ​ການ​ສືບ​ຕໍ່​ເຊື່ອມ​ຊຶມ, ຜັນ​ຂະ​ຫຍາຍ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ​ຄັ້ງ​ທີ XIV ຂອງ​ພັກ, ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ອົງ​ຄະ​ນະ​ພັກ​ກຳ​ມ​າ​ທິ​ການ​ເສດ​ຖະ​ກິດ ແລະ ການ​ເງິນ ຄັ້ງ​ທີ 1, ອາ​ຍຸ​ການ 2025 – 2030; ຜັນ​ຂະ​ຫຍາຍ​ໂຄງ​ການ​ສ້າງ​ກົດ​ໝາຍ​ອາ​ຍຸ​ການ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ສະ​ເໜີ​ວ່າ ໃນ​ອາ​ຍຸ​ການ​ນີ້, ກຳ​ມາ​ທິ​ການ​ເສດ​ຖະ​ກິດ ແລະ ການ​ເງິນ ຕ້ອງ​ຄັດ​ເລືອກ​ຈຸດ​ສຸມ​ການ​ຕິດ​ຕາມກວດ​ກາ​ໂດຍ​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ, ສຸມ​ໃສ່​ການ​ຕິດ​ຕາມກວດ​ກາ​ບັນ​ດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສ່ຽງ​ສູງ, ສົ່ງ​ຜົນ​ກະ​ທົບ​ຫຼາຍ.

“ກຳ​ມາ​ທິ​ການ​ຕ້ອງ​ໜູນຊ່ວຍ​ສະ​ພາ​ແຫ່ງ​ຊາດ​ສ້າງ​ບັນ​ດາ​ກົນ​ໄກ​ທີ່​ມີ​ຄວາມ​ປອດ​ໄພ​ຢ່າງ​ພຽງ​ພໍ​ເພື່ອ​ພັດ​ທະ​ນາ, ມີ​ໄຫວ​ພິບ​ຢ່າງ​ພຽງ​ພໍ​ເພື່ອ​ລຸລ່ວງ​ແຫຼ່ງ​ກຳ​ລັງ, ມີ​ຄວາມ​ຈະ​ແຈ້ງ​ຢ່າງ​ພຽງ​ພໍ​ເພື່ອ​ຄວບ​ຄຸມ​ຄວາມ​ສ່ຽງ, ມີ​ຄວາມ​ຮັບ​ຜິດ​ຊອບ​ຢ່າງ​ພຽງພໍ​ເພື່ອຫຼີກ​ລ້ຽງ​ການ​ຮົ່ວ​ໄຫຼ, ຟຸມ​ເຟືອຍ”.

(ແຫຼ່ງຄັດຈາກ VOV)

ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ

ການຢ້ຽມຢາມແມ່ນເພື່ອແນໃສ່ຜັນຂະຫຍາຍແຜນນະໂຍບາຍຢືນຢັນຄືນໃໝ່ ແລະ ຍົກລະດັບການພົວພັນຮ່ວມມື ເຊິ່ງການນຳຂັ້ນສູງ 2 ຝ່າຍໄດ້ເປັນເອກະພາບ

Top