ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ສູ້ຊົນນຳວົງເງິນການຄ້າ 2 ສົ້ນໃຫ້ບັນລຸເປົ້າໝາຍ 3 ຕື້ USD
ຕອນບ່າຍວັນທີ 20 ພຶດສະພາ, ຢູ່ ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໂອ້ລົມທາງໂທລະສັບກັບທ່ານ Christopher Luxon, ນາຍົກລັດຖະມົນຕີ ນູແວນເຊລັງ. ທີ່ການໂອ້ລົມ, ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ສູ້ຊົນນຳວົງເງິນການຄ້າ 2 ສົ້ນໃຫ້ບັນລຸເປົ້າໝາຍ 3 ຕື້ USD; ສ້າງຄວາມສະດວກໃຫ້ແກ່ບັນດາຜະລິດຕະພັນທີ່ມີທ່າແຮງຂອງແຕ່ລະປະເທດໄດ້ເຂົ້າເຖິງຕະຫຼາດຂອງກັນໃຫ້ຫຼາຍກວ່າ. ນາຍົກລັດຖະມົນຕີ 2 ທ່ານກໍ່ເປັນເອກະພາບເພີ່ມທະວີການຮ່ວມມືໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນພະລັງງານ, ຊຸກຍູ້ຮູບແບບກະສິກຳປ່ອຍອາຍພິດຕ່ຳ ແລະ ພັດທະນາພະລັງງານຜະລິດຄືນໃໝ່, ໂດຍສະເພາະແມ່ນພະລັງງານແຮງລົມ ແລະ ໄຟຟ້າແສງຕາເວັນ.
ນາຍົກລັດຖະມົນຕີ 2 ທ່ານກໍ່ໄດ້ແບ່ງປັນການຕີລາຄາກ່ຽວກັບຄວາມສຳຄັນຂອງການໂອ້ລົມສົນທະນາ, ການຮ່ວມມືສາກົນ ແລະ ເຄົາລົບກົດໝາຍສາກົນໃນການແກ້ໄຂບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງຢູ່ພາກພື້ນ.
(ແຫຼ່ງຄັດຈາກ VOV)