ຕາມບົດລາຍງານສະພາບການ ແລະ ແງ່ຫວັງເສດຖະກິດໂລກໄລຍະກາງປີ 2026 ໂດຍ ສປຊ ປະກາດໃນວັນທີ 19 ພຶດສະພາ, ລະດັບການເຕີບໂຕ GDP ທົ່ວໂລກ ໄດ້ຮັບການດັດປັບຫຼຸດລົງແຕ່ 2,7% (ຕົວເລກທີ່ຄາດຄະເນເມື່ອເດືອນ ມັງກອນ 2026) ລົງເປັນ 2,5%.
ທ່ານ Shantanu Mukherjee, ຜູ້ອຳນວຍການວິເຄາະເສດຖະກິດຂຶ້ນກັບກົມເສດຖະກິດ ແລະ ສັງຄົມຂອງ ສປຊ (ພາບ: REUTERS)
ສິ່ງທີ່ໜ້າວິຕົກກັງວົນກວ່ານັ້ນແມ່ນ, ໃນກໍລະນີທີ່ບໍ່ດີ, ຕົວເລກດັ່ງກ່າວ ອາດຈະຫຼຸດລົງເຫຼືອພຽງ 2,1% ເທົ່ານັ້ນ, ເຊິ່ງເປັນໜຶ່ງໃນບັນດາລະດັບການເຕີບໂຕຕ່ຳທີ່ສຸດໃນສະຕະວັດນີ້, ຍົກເວັ້ນໄລຍະເກີດໂລກລະບາດໂຄວິດ 19 ແລະ ວິກິດການດ້ານການເງິນທົ່ວໂລກປີ 2008.
ທ່ານ Shantanu Mukherjee, ຜູ້ອຳນວຍການວິເຄາະເສດຖະກິດຂຶ້ນກັບກົມເສດຖະກິດ ແລະ ສັງຄົມຂອງ ສປຊ ໃຫ້ຮູ້ວ່າ ໂລກ “ຍັງບໍ່ທັນເຖິງຂັ້ນ” ຕົກເຂົ້າສູ່ສະພາບຊຸດໂຊມ, ແຕ່ຊີວິດການເປັນຢູ່ຂອງປະຊາຊົນນັບຕື້ຄົນ ຈະມີຄວາມຫຍຸ້ງຍາກກວ່າ ແລະ ບາງປະເທດອາດຈະເຫັນປະຈັກຕາພື້ນຖານເສດຖະກິດມີການເຕີບໂຕເປັນລົບ.
ໄພເງິນເຟີ້ທົ່ວໂລກ ໄດ້ຮັບການຄາດຄະເນວ່າ ຈະເພີ່ມຂຶ້ນ 3,9% ໃນປີນີ້, ສູງກວ່າ 0,8ຈຸດຄະແນນສ່ວນຮ້ອຍ ເມື່ອທຽບໃສ່ການຄາດຄະເນເມື່ອຕົ້ນປີ 2026.
(ແຫຼ່ງຄັດຈາກ VOV)