ຂ່າວສານ

ອີ​ຣານ ຍົກ​ອອກ​ເງື່ອນ​ໄຂ​ສັນ​ຕິ​ພາບ​ກັບ ອາ​ເມ​ລິ​ກາ ຕື່ມ​ອີກ

ວັນ​ທີ 19 ພຶດ​ສະ​ພາ, ອີ​ຣານ ຢັ້ງ​ຢືນ​ວ່າ ຂໍ້​ສະ​ເໜີ​ສັນ​ຕິ​ພາບ​ໃໝ່​ທີ່​ຝາກ​ເຖິງ ອາ​ເມ​ລິ​ກາ ລວມ​ມີ ຄຳ​ຮຽກ​ຮ້ອງ​ຢຸດ​ຕິ​ການ​ປະ​ທະ​ກັນ​​ຢູ່​ທຸກ​ສະ​ໜາມ​ຮົບ​ໃນ​ພາກ​ພື້ນ​ຢ່າງ​ສິ້ນ​ເຊີງ, ໃນ​ນັ້ນ ມີ ລີ​ບັງ.
  ສະ​ພາບ​ການສະ​ຫຼັກ​ຫັກ​ພັງ​ຂອງ​ຕຶກ​ອາ​ຄານ​ໜຶ່ງ ພາຍຫຼັງ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ ໃນ​ການ​ປະ​ທະ​ກັນລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອິດ​ສະ​ຣາ​ແອັນ ຢູ່ ອີ​ຣານ ໃນ​ວັນ​ທີ 12 ມີ​ນາ 2026 (ພາບ: REUTERS/Alaa Al Marjani)  
ຕາ​ມ​ສຳ​ນັກ​ຂ່າວ​ສານ IRNA, ທ່ານ Kazem Gharibabadi ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອີ​ຣານ ໃຫ້​ຮູ້​ວ່າ ເຕ​ເຮ​ຣານ ກໍ​ຮຽກ​ຮ້ອງ ອາ​ເມ​ລິ​ກາ ຍົກ​ເລີກ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ, ປົດ​ປ່ອຍ​ຊັບ​ສິນ​ທັງ​ໝົດຂອງ ອີ​ຣານ ​ທີ່​ຖືກ​ອາ​ຍັດຢູ່​ຕ່າງ​ປະ​ເທດ ແລະ ຢຸດ​ຕິ​ການ​ປິດ​ລ້ອມ​ການ​ເດີນ​ເຮືອ ແນ​ໃສ່​ປະ​ເທດ​ນີ້. ນີ້​ແມ່ນ​ຄັ້ງ​ທຳ​ອິດ ທີ່ ອີ​ຣານ ເປີ​ດ​ເຜີຍ​ບັນ​ດາ​ເນື້ອ​ໃນຫຼັກ​ໃນ​ຂໍ້​ສະ​ເໜີ​ໃໝ່​ຝາກ​ເຖິງ ອາ​ເມ​ລິ​ກາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ວົງ​ການ​ນັກ​ສັງ​ເກດ​ການ​ໃຫ້​ຂໍ້​ສັງ​ເກດ​ວ່າ ບັນ​ດາ​ຄຳ​ຮຽກ​ຮ້ອງ​ດັ່ງ​ກ່າວ ບໍ່​ຕ່າງ​ຫຍັງຫຼາຍ​ກັບ​ຂໍ້​ສ​ະ​ເໜີ​ເກົ່າ ທີ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ເຄີຍ​ປະ​ຕິ​ເສດ​ເມື່​ອ​ອາ​ທິດ​ແລ້ວ​ນີ້.

top