• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອີຢູກ່າວເຕືອນວ່າຈະລົງໂທດຕວັກກີ ຖ້າຫາກປະເທດນີ້ສືບຕໍ່ດຳເນີນການເກາະຜິດ

      ທຸກວິທີເພື່ອລົງໂທດ ຕວັກກີ ໄດ້ຮັບການຄິດໄລ່ໄວ້ແລ້ວ, ຖ້າຫາກປະເທດນີ້ບໍ່ຢຸດຕິການກະທຳເກາະຜິດ, ພ້ອມທັງມີບັນດາການກະທຳໄກ່ເກ່ຍກັບເກາະ ໄຊປຣັດ

ທ່ານນາງປະທານຄະນະກຳມະການເອີລົບ (EC) Ursula von der Leyen
(ພາບ: Reuters)
      ທ່ານນາງປະທານຄະນະກຳມະການເອີລົບ (EC) Ursula von der Leyen ໃຫ້ຮູ້ວ່າ, ທຸກວິທີເພື່ອລົງໂທດ ຕວັກກີ ໄດ້ຮັບການຄິດໄລ່ໄວ້ແລ້ວ, ຖ້າຫາກປະເທດນີ້ບໍ່ຢຸດຕິການກະທຳເກາະຜິດ, ພ້ອມທັງມີບັນດາການກະທຳໄກ່ເກ່ຍກັບເກາະ ໄຊປຣັດ ກ່ຽວຂ້ອງເຖິງບັນດາການຂັດແຍ້ງກັນຫວ່າງມໍ່ໆມານີ້ຢູ່ທາງທິດຕາເວັນອອກທະເລ ເມດີແຕຣາເນ.
        ກ່າວຄຳເຫັນທີ່ການປະຊຸມຂ່າວ, ພາຍຫຼັງສິ້ນສຸດກອງປະຊຸມສຸດຍອດອີຢູ ທີ່ດຳເນີນຢູ່ບຣຸກແຊນ ໃນຕອນບ່າຍວັນທີ 02 ຕຸລາ, ທ່ານນາງ Ursula von der Leyen ໃຫ້ຮູ້ວ່າ, ອີຢູ ໄດ້ຮັບຮູ້ບັນດາການກະທຳດ້ານການທູດຫວ່າງມໍ່ໆມານີ້ລະຫວ່າງ ຕວັກກີ ແລະ ເກຼັກ ທີ່ກ່ຽວຂ້ອງເຖິງການຂັດແຍ້ງອະທິປະໄຕລະຫວ່າງ 2 ປະເທດຢູ່ທາງທິດຕາເວັນອອກທະເລ ເມດີແຕຣາເນ. ເຖິງຢ່າງໃດກໍ່ຕາມ, ທ່ານນາງ Ursula von der Leyen ກໍ່ຖະແຫຼງວ່າ, ຝ່າຍເອີລົບ ຢາກໃຫ້ ຕວັກກີ ຈະມີບັນດາການກະທຳທີ່ຄ້າຍຄືກັນກັບສະມາຊິກອື່ນຂອງອີຢູ ແມ່ນເກາະ ໄຊປຣັດ, ເຊິ່ງແມ່ນປະເທດທີ່ມີສ່ວນກ່ຽວຂ້ອງເຖິງການຂັດແຍ້ງດັ່ງກ່າວ.
        ຕາມທ່ານາງປະທານ EC ແລ້ວ, ສິ່ງສຳຄັນທີ່ສຸດແມ່ນ ຕວັກກີ ຕ້ອງຢຸດຕິບັນດາການກະທຳເກາະຜິດ ແລະ ກໍ່ຄວາມກົດດັນໃນທັນທີ.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ຕອນບ່າຍວັນທີ 1 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງ ຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.

Top