• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອິນໂດເນເຊຍຊອກເຫັນຫີບດຳຂອງເຮືອບິນຕົກ

      ວິວັດການສືບສວນສອບສວນສາຍເຫດກໍ່ໃຫ້ເກີດອຸບັດຕິເຫດ ເຮືອບິນ Boeing 737 MAX 8 ຂອງບໍລິສັດການບິນ Lion Air ຂອງອິນໂດເນເຊຍ ຈະຖືກຍູ້ໄວ ພາຍຫລັງຊອກເຫັນຫີບດຳຂອງເຮືອບິນລຳນີ້ຢູ່ພື້ນທ້ອງທະເລ ໃນວັນທີ 1 ພະຈິກ ພາຍຫລັງເກີດເຫດມາໄດ້ 3 ວັນ . 
ຫີບດຳດັ່ງກ່າວຈະຖືກສົ່ງເຖິງຄະນະກຳມະການຄວາມປອດໄພຄົມມະນາຄົມ ອິນໂດເນເຊຍ. ຫົວຫນ້າຄະນະກຳມະການນີ້ໃຫ້ຮູ້ວ່າ ຕ້ອງເສຍເວລາ 3 ອາທິດ ຈຶ່ງຮູ້ແຈ້ງຂໍ້ມູນໃນຫີບດຳໄດ້ ແລະ ວິວັດການວິເຄາະຂໍ້ມູນຈະຕ້ອງໃຊ້ເວລາ 6 ເດືອນ. ເລື່ອງຊອກເຫັນຫີບດຳຂອງເຮືອບິນ ເປີດຄວາມຫວັງເຮັດແຈ້ງສາຍເຫດການເກີດອຸບັດຕິເຫດທີ່ຮ້າຍແຮງ ເຮັດໃຫ້ 189 ຄົນຖືກເສຍຊີວິດ. ປະຈຸບັນ ຫີບດຳອັດສຽງຂອງນັກບິນຢູ່ຫ້ອງຂັບຍັງບໍ່ທັນຊອກເຫັນໄດ້ເທື່ອ.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top