• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກໍ່​ສ້າງ​ສຳ​ເລັດ​ເຮືອນເກືອບ 900 ຫຼັງ​ໃຫ້​ແກ່​ຜູ້​ປະ​ສົບ​ເຄາ​ະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​

ໄລ່​ຮອດ​ທ້າຍ​ເດືອນ​ກໍ​ລະ​ກົດ 2026, ມີ​ເຮືອນ​ຢູ່ 2.092 ຫຼັງ​ໄດ້​ຮັບ​ການ​ເລີ່ງ​ລົງ​ມື​ກໍ່​ສ້າງ, ໃນ​ນັ້ນ​ມີ​ເຮືອນ 900 ຫຼັງ​ໄດ້​ກໍ່​ສ້າງ​ສຳ​ເລັດ​.
  ທ່ານ​ນາງ ຫງວຽນ​ທິ​ຮົ່ງ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ວາງ​ພວງ​ມາ​ລາ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ຈຸດ​ວິນ​ຍານ​ຂອງ​ບັນ​ດາ​ນັກ​ວິ​ລະ​ຊົນ​ທີ່​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ (ພາບ: VNA)  
65 ປີ​ພາຍຫຼັງ​ວິ​ນາດ​ສະ​ກຳ​ທາດ​ພິດ​ສີ​ສົ້ມ​ຢູ່ ຫວຽດ​ນາມ, ບັນ​ດາ​ຜົ​ນ​ຕາມ​ມາ​ຈາກ​ສົງ​ຄາມ​ຍັງ​ປະ​ກົດ​ຂຶ້ນ​ໃນ​ການ​ດຳ​ລົງ​ຊີ​ວິດ​ຂອງຫຼາຍ​ຄອບ​ຄົວ. ແກ້​ໄຂ​ຜົນ​ຕາມ​ມາ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​ແມ່ນ​ໜ້າ​ທີ່​ໂດຍ ຫວຽດ​ນາມ​ຜັນ​ຂະ​ຫຍາຍ​​ນັບແຕ່ຫຼາຍ​ປີ​ມາ​ນີ້​ດ້ວຍ​ບັນ​ດາ​ນະ​ໂຍ​ບາຍ​ສະ​ຫງວນ​ໃຫ້​ແກ່​ຜູ້​ປະ​ສົບ​ເຄາະ​ຮ້າຍ ແລະ ຄອບ​ຄົວ, ຊ່ວຍ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິ​ດ​ສີ​ສົ້ມ/ດີ​ໂອ​ຊິນຫຼຸດ​ຜ່ອນ​ຄວາມ​ຫຍຸ້ງ​ຍາກ, ມີ​ການ​ດຳ​ລົງ​ຊີ​ວິດ​ເປັນ​ປົກ​ກະ​ຕິ. ປີ​ນີ້, ວຽກ​ງານ​ນີ້ ມີ​ບາດ​ກ້າວ​ພັດ​ທະ​ນາ​ຕື່ມ​ອີກ​ເມື່ອ​ເປັນ​ຄັ້ງ​ທ​ຳ​ອິດ ໂຄງ​ການ​ໜູນ​ຊ່ວຍ​ການ​ລົບ​ລ້າງ​ເຮືອນ​ຢູ່​ຊົ່ວ​ຄາວ, ເຮືອນ​ເປ​ເພ​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ສຳ​ລັບ​ລູກ​ຂອງ​ຜູ້​ເຄື່ອນ​ໄຫວ​ໃນ​​ໄລ​ຍະ​ຕໍ່​ຕ້ານຖືກ​ຕິດ​ທາດ​ພິດ​ເຄ​ມີ​ໃນ​ທົ່ວ​ປະ​ເທດ. ໂຄງ​ການ​ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ເປັນ​ເຈົ້າ​ພາບ​ປະ​ສານ​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຜັນ​ຂະ​ຫຍາຍ. ໄລ່​ຮອດ​ທ້າຍ​ເດືອນ​ກໍ​ລະ​ກົດ 2026, ມີ​ເຮືອນ​ຢູ່ 2.092 ຫຼັງ​ໄດ້​ຮັບ​ການ​ເລີ່ງ​ລົງ​ມື​ກໍ່​ສ້າງ, ໃນ​ນັ້ນ​ມີ​ເຮືອນ 900 ຫຼັງ​ໄດ້​ກໍ່​ສ້າງ​ສຳ​ເລັດ​.

(ແຫຼ່ງຄັດຈາກ VOV)

ມອບ​ຂໍ້​ຕົກ​ລົງ​ຂອງ​ ປະ​ທານ​ປະ​ເທດ ໃຫ້​ນາຍ​ທະ​ຫານ​ສອງ​ຄົນ​ປະ​ຕິ​ບັດ​ໜ້າ​ທີ່​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

ມອບ​ຂໍ້​ຕົກ​ລົງ​ຂອງ​ ປະ​ທານ​ປະ​ເທດ ໃຫ້​ນາຍ​ທະ​ຫານ​ສອງ​ຄົນ​ປະ​ຕິ​ບັດ​ໜ້າ​ທີ່​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

ຕອນ​ເຊົ້າ​ວັນ​ທີ 10 ສິງ​ຫາ, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ໄດ້​ຈັດ​ພິ​ທີ​ມອບ​ຂໍ້​ຕົກ​ລົງ​ຂອງ​ປະ​ທານ​ປະ​ເທດ​ໃຫ້​ແກ່​ນາຍ​ທະ​ຫານ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ສອງ​ຄົນ ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ.

Top