ຂ່າວສານ
ອາຟຼິກາໃຕ້ ຍູ້ແຮງການຮ່ວມມືກັບ ຫວຽດນາມ ຢູ່ເວທີປາໄສຫຼາຍຝ່າຍ, ອົງການຈັດຕັ້ງສາກົນ

ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກວ່າ ສອງຝ່າຍໄດ້ສົມທົບກັນເປັນຢ່າງດີ ຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ໃນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ. ແຕ່ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອຊຸກຍູ້ໝາກຜົນການຮ່ວມມືສອງຝ່າຍໃນໄລຍະຈະມາເຖິງ. ທ່ານ ຫງວຽນຊວັນຟຸກ ສະເໜີໃຫ້ສອງຝ່າຍ ມານະພະຍາຍາມຊຸກຍູ້ການແລກປ່ຽນຄະນະຜູ້ແທນ, ໂດຍສະເພາະແມ່ນຂັ້ນສູງ ສືບຕໍ່ຈັດກອງປະຊຸມລະຫວ່າງລັດຖະບານ ຫວຽດນາມ - ອາຟຼິກກາໃຕ້ ເພື່ອຊອກຫາວິທີແກ້ໄຂຂໍ້ຄົງຄ້າງແລະເພີ່ມທະວີການສົ່ງເສີມການຄ້າ.
ທ່ານ ເອກອັກຄະລັດຖະທູດ Mpetjane Kgaogelo Lekgoro ຖືວ່າ ການຮ່ວມມືດ້ານການຄ້າ ແມ່ນຈຸດພົ້ນເດັ່ນໃນການພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາ. ທ່ານ ເອກອັກຄະລັດຖະທູດ ອາຟຼິກາໃຕ້ ປະຈຳ ຫວຽດນາມ Mpetjane Kgaogelo Lekgoro ຢັ້ງຢືນວ່າ ອາຟຼິກາໃຕ້ຖື ການຍູ້ແຮງການຮ່ວມມືກັບ ຫວຽດນາມ ຢູ່ເວທີປາໄສຫຼາຍຝ່າຍ ແລະ ອົງການຈັດຕັ້ງສາກົນ ເປັນສຳຄັນ.
(ແຫຼ່ງຄັດຈາກ VOV)