ຂ່າວສານ

ອາ​ຟ​ຼິ​ກາ​ໃຕ້ ຍູ້​ແຮງ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ ຢູ່​ເວ​ທີ​ປາ​ໄສຫຼາຍ​ຝ່າຍ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ

ຕອນບ່າຍວັນທີ 15 ທັນວາຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ເອກອັກຄະລັດຖະທູດ ອາຟຼິກາໃຕ້ ປະຈຳ ຫວຽດນາມ Mpetjane Kgaogelo Lekgoro ເນື່ອງໃນໂອກາດທ່ານ ສິ້ນສຸດອາຍຸການປະຕິບັດງານທາງການທູດຢູ່ ຫວຽດນາມ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານ ເອກອັກຄະລັດຖະທູດ ອາຟຼິກາໃຕ້ ປະຈຳ ຫວຽດນາມ Mpetjane Kgaogelo Lekgoro (ພາບ: TTXVN)

ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກວ່າ ສອງຝ່າຍໄດ້ສົມທົບກັນເປັນຢ່າງດີ ຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ໃນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ. ແຕ່ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອຊຸກຍູ້ໝາກຜົນການຮ່ວມມືສອງຝ່າຍໃນໄລຍະຈະມາເຖິງ. ທ່ານ ຫງວຽນຊວັນຟຸກ ສະເໜີໃຫ້ສອງຝ່າຍ ມານະພະຍາຍາມຊຸກຍູ້ການແລກປ່ຽນຄະນະຜູ້ແທນ, ໂດຍສະເພາະແມ່ນຂັ້ນສູງ ສືບຕໍ່ຈັດກອງປະຊຸມລະຫວ່າງລັດຖະບານ ຫວຽດນາມ - ອາຟຼິກກາໃຕ້ ເພື່ອຊອກຫາວິທີແກ້ໄຂຂໍ້ຄົງຄ້າງແລະເພີ່ມທະວີການສົ່ງເສີມການຄ້າ.

ທ່ານ ເອກອັກຄະລັດຖະທູດ Mpetjane Kgaogelo Lekgoro ຖືວ່າ ການຮ່ວມມືດ້ານການຄ້າ ແມ່ນຈຸດພົ້ນເດັ່ນໃນການພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາ. ທ່ານ ເອກອັກຄະລັດຖະທູດ ອາຟຼິກາໃຕ້ ປະຈຳ ຫວຽດນາມ Mpetjane Kgaogelo Lekgoro ຢັ້ງຢືນວ່າ ອາຟຼິກາໃຕ້ຖື ການຍູ້ແຮງການຮ່ວມມືກັບ ຫວຽດນາມ ຢູ່ເວທີປາໄສຫຼາຍຝ່າຍ ແລະ ອົງການຈັດຕັ້ງສາກົນ ເປັນສຳຄັນ.

(ແຫຼ່ງຄັດຈາກ VOV)


top