• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ຍົກອອກຄຳຮຽກຮ້ອງກ່ຽວກັບກຳລັງຮັກສາສັນຕິພາບສາກົນຢູ່ເຂດ ກາຊາ

ຖ້າຜັນຂະຫຍາຍກຳລັງຮັກສາສັນຕິພາບສາກົນຢູ່ເຂດ ກາຊາ ຕາມຂໍ້ສະເໜີຂອງ ທ່ານປະທານາທິບໍດີ ອາເມລິກາ Donald Trump ນັ້ນ, ພາກສ່ວນຂອງກຳລັງດັ່ງກ່າວຕ້ອງແມ່ນບັນດາປະເທດທີ່ ອິດສະຣາແອັນ ເຫັນດີໃຫ້ເຂົ້າຮ່ວມ.
(ພາບປະກອບ: REUTERS/Dawoud Abu Alkas)

ວັນທີ 24 ຕຸລາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ເນັ້ນໜັກວ່າ ຖ້າຜັນຂະຫຍາຍກຳລັງຮັກສາສັນຕິພາບສາກົນຢູ່ເຂດ ກາຊາ ຕາມຂໍ້ສະເໜີຂອງ ທ່ານປະທານາທິບໍດີ ອາເມລິກາ Donald Trump ນັ້ນ, ພາກສ່ວນຂອງກຳລັງດັ່ງກ່າວຕ້ອງແມ່ນບັນດາປະເທດທີ່ ອິດສະຣາແອັນ ເຫັນດີໃຫ້ເຂົ້າຮ່ວມ. ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ນະຄອນ Kiryat Gat, ອິດສະຣາແອັນ, ທ່ານ Marco Rubio ເນັ້ນໜັກວ່າ ປະຈຸບັນ, ອິດສະຣາແອັນ ແລະ ບັນດາຄູ່ຮ່ວມມືສາກົນຍັງພວມປຶກສາຫາລືກ່ຽວກັບອະນາຄົດການສ້າງໂຄງປະກອບການຄຸ້ມຄອງເຂດ ກາຊາ, ແຕ່ແນ່ນອນວ່າຈະບໍ່ມີບ່ອນໃຫ້ສຳລັບຂະບວນການ ອິດສະລາມ ຮາມາດ.

ໃນຂະນະນັ້ນ, ສື່ມວນຊົນ ອິດສະຣາແອັນ ໃຫ້ຮູ້ວ່າ ກຳລັງປ້ອງກັນຕົວ ອິດສະຣາແອັນ ພວມພິຈາລະນາຖອນທະຫານອອກຈາກເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ຕື່ມອີກ ພາຍຫຼັງຂໍ້ຕົກລົງຢຸດຍິງລະຫວ່າງ ອິດສະຣາແອັນ ແລະ ຮາມາດ ມີຜົນສັກສິດ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ແມ່ນປະເທດພິສູດຢ່າງມີຊີວິດຊີວາໃຫ້ແກ່ເສັ້ນທາງສັນຕິພາບ, ການພັດທະນາ ແລະ ແມ່ນ ເສົາຄ້ຳຂອງລັດທິຫຼາຍຝ່າຍ

ຫວຽດນາມ ແມ່ນປະເທດພິສູດຢ່າງມີຊີວິດຊີວາໃຫ້ແກ່ເສັ້ນທາງສັນຕິພາບ, ການພັດທະນາ ແລະ ແມ່ນ “ເສົາຄ້ຳຂອງລັດທິຫຼາຍຝ່າຍ”

ຫວຽດນາມ ໄດ້ ແລະ ພວມແມ່ນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບ, ຍາມໃດກໍ່ຮ່ວມເດີນທາງພ້ອມກັບສະຫະປະຊາຊາດ.

Top