ຫວຽດນາມ ໄດ້ ແລະ ພວມແມ່ນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບ, ຍາມໃດກໍ່ຮ່ວມເດີນທາງພ້ອມກັບສະຫະປະຊາຊາດ.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ເປັນປະທານງານລ້ຽງຕ້ອນຮັບ ທ່ານເລຂາທິການໃຫຍ່ສະຫະປະຊາຊາດ António Guterres.
ຕອນຄ່ຳວັນທີ 24 ຕຸລາ, ຢູ່ສູນກອງປະຊຸມສາກົນ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ເປັນປະທານງານລ້ຽງຕ້ອນຮັບ ທ່ານເລຂາທິການໃຫຍ່ສະຫະປະຊາຊາດ António Guterres ພ້ອມກັບຄະນະຜູ້ແທນຂັ້ນສູງສະຫະປະຊາຊາດ ທີ່ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີລົງນາມສົນທິສັນຍາອົງການສະຫະປະຊາຊາດວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ, ແຕ່ວັນທີ 25 – 26 ຕຸລາ.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານປະເທດ ເລືອງເກື່ອງ ເນັ້ນໜັກວ່າ ຫວຽດນາມ ໄດ້ ແລະ ພວມແມ່ນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບ, ຍາມໃດກໍ່ຮ່ວມເດີນທາງພ້ອມກັບສະຫະປະຊາຊາດ.
“ພວກຂ້າພະເຈົ້າຍາມໃດກໍ່ຈົດຈຳ, ເຄົາລົບການໜູນຊ່ວຍທີ່ລ້ຳຄ່າເຊິ່ງສະຫະປະຊາຊາດສະຫງວນໃຫ້ແກ່ ຫວຽດນາມ ເພື່ອຮຳບາດແຜສົງຄາມ, ເພື່ອສ້າງສາ ແລະ ພັດທະນາປະເທດຊາດ. ໂດຍຈາກສະຫະປະຊາຊາດ, ຫວຽດນາມ ໄດ້ອອກໄປສູ່ໂລກ, ເພື່ອຮ່ວມມືພັດທະນາ ແລະ ເຊື່ອມໂຍງ, ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມ ເພື່ອສັນຕິພາບ, ການພັດທະນາ ແລະ ຄວາມກ້າວໜ້າ”.
ສ່ວນທ່ານເລຂາທິການໃຫຍ່ António Guterres ຕີລາຄາສູງບັນດາການປະກອບສ່ວນຂອງ ຫວຽດນາມ ໃນການຮັກສາສັນຕິພາບຂອງສະຫະປະຊາຊາດ, ຖື ຫວຽດນາມແມ່ນສິ່ງພິສູດຢ່າງມີຊີວິດຊີວາໃຫ້ແກ່ເສັ້ນທາງສັນຕິພາບ, ການພັດທະນາ ແລະ ແມ່ນ “ເສົາຄ້ຳຂອງລັດທິຫຼາຍຝ່າຍ”.
(ແຫຼ່ງຄັດຈາກ VOV)