• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັບ​ເດັດ​ສະພາບ​ການ​ໂລກລະບາດ​ໂຄ​ວິດ - 19 ຢູ່​ຫວຽດນາມ ​ແລະ ​ໃນ​ໂລກ

ຕອນເຊົ້າວັນທີ 01 ກໍລະກົດ, ກະຊວງສາທາລະນະສຸກຫວຽດນາມ ໄດ້ຢັ້ງຢືນວ່າ ບໍ່ພົບກໍລະນີຕິດເຊື້ອໃໝ່ຕື່ມອີກ. ເປັນອັນວ່າ, ມາຮອດຈຸດເວລານີ້, ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດ 355 ຄົນ, ໃນນັ້ນ, ຜູ້ຕິດເຊື້ອ 335 ຄົນໄດ້ຮັບການປິ່ນປົວຫາຍດີແລ້ວ. ສ່ວນຈໍານວນຄົນເຈັບຍັງເຫຼືອ ພວມໄດ້ຮັບການປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆ ແລະ ມີອາການສຸຂະພາບເປັນປົກກະຕິ.

(ພາບ:ກະຊວງສາທາລະນະສຸກ)

ກ່ອນໜ້ານັ້ນ, ວັນທີ 30 ມິຖຸນາ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ສະຖານທູດຫວຽດນາມ ປະຈໍາ ຍີ່ປຸ່ນ ແລະ ບໍລິສັດການບິນ Vietjet ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງຍີ່່ປຸ່ນ ເພື່ອນໍາພົນລະເມືອງຫວຽດນາມ ຈໍານວນ 225 ຄົນ ຈາກຍີ່ປຸ່ນ ກັບເມືອປະເທດຢ່າງປອດໄພ. ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນ ດ່າໜັງ, ຜູ້ໂດຍສານໃນເຮືອບິນລໍາດັ່ງກ່າວ ໄດ້ຮັບການຕິດຕາມອາການສຸຂະພາບ ແລະ ແຍກຕົວຢ່າງຖືກຕ້ອງຕາມຂໍ້ກໍານົດ.

        ໃນຂະນະນັ້ນ, ຕາມເວັບໄຊສະຖິຕິ worldometers.info, ໄລ່ຮອດຕອນເຊົ້າວັນທີ 01 ກໍລະກົດ, ທົ່ວໂລກໄດ້ຢັ້ງຢືນວ່າມີຜູ້ຕິດເຊື້ອໂຄວິດ - 19 ຫຼາຍກວ່າ 10,5 ລ້ານຄົນ, ໃນນັ້ນ, ມີຫຼາຍກວ່າ 513.000 ກໍລະນີເສຍຊີວິດ.  ອາເມລິກາ ຍັງຄົງຢູ່ອັນດັບໜຶ່ງໃນໂລກ ກ່ຽວກັບຈໍານວນຜູ້ຕິດເຊື້ອ ແລະ ເສຍຊີວິດ ຍ້ອນໂລກລະບາດດັ່ງກ່າວ.

(ແຫຼ່ງຄັດຈາກ VOV)

ຫົວໜ້າກົມໃຫຍ່ການເມືອງກອງທັບ ປະຊາຊົນລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ຫົວໜ້າກົມໃຫຍ່ການເມືອງກອງທັບ ປະຊາຊົນລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ສອງຝ່າຍໄດ້ເຫັນດີເປັນເອກະພາບໃນໄລຍະຈະມາເຖິງ, ສືບຕໍ່ສຸມໃສ່ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍວຽກງານການໂຄສະນາ, ສຶກສາອົບຮົບທາງດ້ານປະຫວັດສາດ, ຄວາມໝາຍ, ຄວາມສຳຄັນຂອງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ກອງທັບປະຊາຊົນສອງປະເທດໃຫ້ມີປະສິດທິຜົນ.

Top