ອັດວັນບຸນວັດທະນະທຳຊົນເຜົ່າຜູ້ໄທ 2019
(ພາບ: baovanhoa.vn)
ວັນບຸນວັດທະນະທຳຊົນເຜົ່າຜູ້ໄທ ຄັ້ງທີ 2 ປີ 2019 ລວມມີບັນດາການເຄື່ອນໄຫວທີ່ອຸດົມສົນບູນ, ຫຼາຍຮູບຫຼາຍແບບ. ພົ້ນເດັ່ນຂຶ້ນແມ່ນ: ງານວາງສະແດງແນະນຳ, ໂຄສະນາຜະລິດຕະພັນທ່ອງທ່ຽວ; ສະແດງຊຸດແຜ່ນແພພື້ນເມືອງ, ປັກແສ່ວຜ້າ ປຽວ ຊົນເຜົ່າຜູ້ໄທ; ວາງສະແດງບັນດາຈຸດວັດທະນະທຳດ້ານອາຫານການກິນທີ່ເປັນເອກະລັກສະເພາະຂອງຊົນເຜົ່າຜູ້ໄທ… ທ່ານ ດວ່ານວັນຈີ່, ຮອງຫົວໜ້າພະແນກວັດທະນະທຳກິລາ ແລະ ທ່ອງທ່ຽວແຂວງດ້ຽນບຽນ, ຮອງຫົວໜ້າຄະນະຈັດຕັ້ງວັນບຸນ ໃຫ້ຮູ້ວ່າ.
“ຈຳນວນນັກທ່ອງທ່ຽວເຂົ້າຮ່ວມວັນບຸນໄດ້ເພີ່ມຂຶ້ນເປັນຈຳນວນຫຼວງຫຼາຍເມື່ອທ່ຽບໃສ່ຊຸມປີກ່ອນນີ້. ປະຊາຄົມຊົນເຜົ່າຜູ້ໄທ ກໍ່ໄດ້ມີຄວາມມານະພະຍາຍາມຫຼາຍຢ່າງເພື່ອໂຄສະນາພາບພົດຂອງເຜົ່າຕົນ, ພິເສດແມ່ນການປະກອບສ່ວນເຊີດຊູ, ອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງຊົນເຜົ່າຜູ້ໄທ.”
(ແຫຼ່ງຄັດຈາກ VOV)