• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດປີທ່ອງທ່ຽວແຫ່ງຊາດ 2018- ຮ້າລອງ-ກວ໋າງນີງ

      ຕອນຄ່ຳວັນທີ 18 ມັງກອນ ຢູ່ສູນປະຊຸມສາກົນ FLC  ຮ້າລອງ ແຂວງກວ້າງນີງ ໄດ້ດຳເນີນພິທີອັດປີທ່ອງທ່ຽວແຫ່ງຊາດ 2018 ຮ້າລອງ - ກວ໋າງນີງ.

ພິທີອັດປີທ່ອງທ່ຽວແຫ່ງຊາດ 2018 ຮ້າລອງ - ກວ໋າງນີງ
ພາບ:nhandan.com.vn
      ເປັນຄັ້ງທີສອງມີຄວາມເປັນກຽດເປັນເຈົ້າພາບຈັດຕັ້ງ, ປີທ່ອງທ່ຽວແຫ່ງຊາດ 2018 ຮ້າລອງ - ກວ໋າງນີງ ດ້ວຍຫົວຂໍ້ “ຮ້າລອງ - ມໍລະດົກ, ສິ່ງມະຫັດສະຈັນ- ສະຖານທີ່ທ່ອງທ່ຽວຈັບອົກຈັບໃຈ” ໄດ້ສ້າງຂີດໝາຍສຳຄັນຫລາຍຢ່າງ.
ນັກທ່ອງທ່ຽວບໍ່ພຽງແຕ່ມີຄວາມປະທັບໃຈກ່ຽວກັບຄວາມງາມຂອງທິວທັດທຳມະຊາດ, ຄວາມຮັກແພງແຂກຄົນ ແລະ ໃກ້ຊິດສະຫນິດສະຫນົມຂອງ ຊາວ ຮ້າລອງ - ກວ໋າງນີງ ເທົ່ານັ້ນ ຫາກຜ່ານ 50 ເຫດການໂດຍແຂວງກວ໋າງນີງຈັດຕັ້ງ ພ້ອມກັບ ກວ່າ 40 ເຫດການຈັດຂຶ້ນຢູ່ 15 ແຂວງ, ນະຄອນໃນທົ່ວປະເທດ ໄດ້ເຮັດໃຫ້ນັກທ່ອງທ່ຽວມີຄວາມຈັບອົກຈັບໃຈດ້ວຍບັນດາບໍລິການທ່ອງທ່ຽວທີ່ເຕັມໄປດ້ວຍສີສັນວັດທະນະທຳຂອງຊາດ. ກ່າວຄຳເຫັນທີ່ພິທີອັດ, ທ່ານ ຫງວຽນງອກທ້ຽນ ຫົວຫນ້າຄະນະຊີ້ນຳປີທ່ອງທ່ຽວແຫ່ງຊາດເນັ້ນຫນັກວ່າ:
ດ້ວຍເກືອບ 100 ເຫດການ, ການເຄື່ອນໄຫວວັດທະນະທຳກິລາທ່ອງທ່ຽວການຄ້າ, ປີທ່ອງທ່ຽວແຫ່ງຊາດ 2018 ຮ້າລອງ - ກວ໋າງນີງ ໄດ້ຈັດຕັ້ງສຳເລັດຜົນ, ບັນລຸປະສິດທິຜົນສູງນັບທັງການລົງທຶນ, ການພັດທະນາຜະລິດຕະພັນທ່ອງທ່ຽວ, ສົ່ງເສີມການໂຄສະນາ, ດຶງດູດນັກທ່ອງທ່ຽວທັງພາຍໃນປະເທດ ແລະ ຕ່າງປະເທດ. ບັນດາຄວາມມານະພະຍາຍາມຂອງບັນດາແຂວງ, ນະຄອນ ພິເສດແມ່ນແຂວງ ກວ໋າງນີງ ໄດ້ປະກອບສ່ວນຍົກສູງຄຸນນະພາບ, ຫັນຜະລິດຕະພັນທ່ອງທ່ຽວເປັນຫລາຍຮູບຫລາຍແບບ, ດຶງດູດນັກທ່ອງທ່ຽວຢູ່ພາຍໃນປະເທດ ແລະ ຕ່າງປະເທດມາຢ້ຽມຢາມຫວຽດນາມ ນັບມື້ນັບຫລາຍຂຶ້ນ.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ລາວ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ລາວ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ສະ​ເໜີ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກະ​ຊວງ​ຍຸ​ຕິ​ທຳ​ສອງ​ປະ​ເທດ​ຕ້ອງ​ສືບ​ຕໍ່​ເສີມ​ຂະ​ຫຍາ​ຍ​ມູນ​ເຊື້ອ​ອັນ​ດີ​ງາມ, ເພີ່ມ​ທະ​ວີ​ການ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ, ປະ​ສານ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ, ບົດ​ຮຽນ​ປະ​ສົບ​ການ​ປະ​ຕິ​ບັດ​ງານ.

Top