• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດກອງປະຊຸມທາງອອນລາຍທົ່ວປະເທດເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ

      ການຮ່ຳຮຽນ, ເຊື່ອມຊຶມ, ເຜີຍແຜ່ ແລະ ຜັນຂະຫຍາຍ ນຳມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກເຂົ້າສູ່ຊີວິດ ແມ່ນໜ້າທີ່ການເມືອງສຳຄັນຍິ່ງຂອງພັກ
(ກອງປະຊຸມທາງອອນລາຍທົ່ວປະເທດເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ)
      ພາຍຫຼັງດຳເນີນມາເປັນເວລາ 2 ວັນ, ກອງປະຊຸມທາງອອນລາຍທົ່ວປະເທດເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໂດຍຄະນະເລຂາສູນກາງພັກຈັດຕັ້ງ ໄດ້ຈັດວາລະອັດໃນຕອນບ່າຍວັນທີ 28 ມີນາ.
ກ່າວຄຳເຫັນອັດກອງປະຊຸມ, ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ຫງວຽນຈ້ອງເຫງັ້ຍ ຢືນຢັນວ່າ: ການຮ່ຳຮຽນ, ເຊື່ອມຊຶມ, ເຜີຍແຜ່ ແລະ ຜັນຂະຫຍາຍ ນຳມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກເຂົ້າສູ່ຊີວິດ ແມ່ນໜ້າທີ່ການເມືອງສຳຄັນຍິ່ງຂອງພັກ, ຂອງແຕ່ລະອົງການຈັດຕັ້ງພັກ, ພ້ອມທັບກໍ່ແມ່ນຄວາມເປັນກຽດ, ໜ້າທີ່ຄວາມຮັບຜິດຊອບຂອງພະນັກງານ, ສະມາຊິກພັກແຕ່ລະຄົນ.
ໃນລາຍການເຮັດວຽກໃນຕອນເຊົ້າວັນທີ 28 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ແນະນຳ, ຊາບຊຶມຫົວເລື່ອງສະເພາະກ່ຽວກັບຍຸດທະສາດພັດທະນາເສດຖະກິດ-ສັງຄົມ 10 ປີໄລຍະ 2021 - 2030 ແລະ ທິດທາງ, ໜ້າທີໃນ 5 ປີຈະມາເຖິງ (ໄລຍະ 2021-2025). ຕອນບ່າຍວັນດຽວກັນ, ບັນດາຜູ້ແທນໄດ້ຮັບຟັງ 2 ບົດລາຍງານກ່ຽວກັບຫົວເລື່ອງສະເພາະໂດຍທ່ານ ຟານວັນຢາງ, ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽ,ນາມ ສະເໜີ ແລະ ທ່ານ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ນຳສະເໜີ.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top