• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ເສຍຊີວິດພາຍຫຼັງຖືກຍິງ

ອະດີດນາຍົກລັດຖະມົນຕີ Abe, ລວມອາຍຸໄດ້ 67 ປີ, ຖືກຍິງໃນເວລາປະມານ 11 ໂມງ 30 ນາທີ (ຕາມເວລາທ້ອງຖິ່ນ)
  ທ່ານ Shinzo Abe (ພາບ: SCMP)  

 ສຳນັກຂ່າວສານ Kyodo (ຍີ່ປຸ່ນ) ຄັດສະເໜີແຫຼ່ງຂ່າວຈາກພັກປະຊາທິປະໄຕເສລີ (LDP) ກຳອຳນາດໂດຍໃຫ້ຮູ້ວ່າ: ອະດີດນາຍົກລັດຖະມົນຕີຂອງປະເທດນີ້, ທ່ານ Shinzo Abe, ໄດ້ເສຍຊີວິດພາຍຫຼັງຖືກຍິງໃນວັນທີ 8 ກໍລະກົດ. ອະດີດນາຍົກລັດຖະມົນຕີ Abe, ລວມອາຍຸໄດ້ 67 ປີ, ຖືກຍິງໃນເວລາປະມານ 11 ໂມງ 30 ນາທີ (ຕາມເວລາທ້ອງຖິ່ນ), ເມື່ອທ່ານຂຶ້ນກ່າວປາໄສຫາສຽງເລືອກຕັ້ງໃຫ້ແກ່ພັກ LDP ຢູ່ນະຄອນ Nara, ທາງທິດຕາເວັນຕົກປະເທດ ຍີ່ປຸ່ນ. ຜູ້ຖືກສົງໄສແມ່ນ Tetsuya Yamagami ຖືກຈັບຕົວໃນທັນທີ. ອະດີດນາຍົກລັດຖະມົນຕີ Abe ແມ່ນການນຳດຳລົງຕຳແໜ່ງດົນກ່ວາໝູ່ຂອງຍີ່ປຸ່ນ. ທ່ານໄດ້ຊະນະໃນການເລືອກຕັ້ງໃນປີ 2006 ແຕ່ຕ້ອງລະອອກຈາກຕຳແໜ່ງໃນເດືອນ ກັນຍາ 2007 ຍ້ອນ ເຫດຜົນທາງສຸຂະພາບ. ຫຼັງຈາກນັ້ນ, ທ່ານໄດ້ອອກສະໝັກຮັບເລືອກຕັ້ງຄືນໃໝ່ ແລະ ໄດ້ກາຍເປັນນາຍົກລັດຖະມົນຕີແຕ່ປີ 2012 ຈົນຮອດເວລາທີ່ລາອອກຈາກຕຳແໜ່ງເມື່ອເດືອນ ສິງຫາ 2020.

(ແຫຼ່ງຄັດຈາກ VOV)

FIFA ສະຫງວນແຫຼ່ງເງິນກ້ອນໃຫຍ່ເພື່ອໜູນຊ່ວຍບັນດາທິມເຂົ້າຮ່ວມຮອບຊິງຊະນະເລີດບານເຕະຍິງ World Cup 2023

FIFA ສະຫງວນແຫຼ່ງເງິນກ້ອນໃຫຍ່ເພື່ອໜູນຊ່ວຍບັນດາທິມເຂົ້າຮ່ວມຮອບຊິງຊະນະເລີດບານເຕະຍິງ World Cup 2023

FIFA ກໍ່ຈະເພີ່ມກອງທຶນໜູນຊ່ວຍຂຶ້ນທົບ 2 ເທົ່າໃຫ້ແກ່ໄລຍະກະກຽມແມ່ນຂຶ້ນເຖິງ 31 ລ້ານ USD ໃຫ້ບັນດາສະຫະພັນບານເຕະແຫ່ງຊາດ ມີທິມນັກກິລາຍາດສິດເຂົ້າຮ່ວມຮອບຊິງຊະນະເລີດບານເຕະຍິງ 2023.

Top