ໃນຊຸມວັນນີ້, ບັນດາທ້ອງຖິ່ນໃນທົ່ວປະເທດໄດ້ຮີບເຮັ່ງປະຕິບັດໃຫ້ສຳເລັດວຽກງານກະກຽມໃຫ້ແກ່ວັນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາແຫ່ງຊາດປະຊາຊົນທຸກຂັ້ນອາຍຸການ 2026 – 2031 ໃນວັນທີ 15 ມີນາ 2026.
ຄະນະຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດ, ສະພາເລືອກຕັ້ງແຫ່ງຊາດໂດຍທ່ານ ເຈິ່ນຊີແທັງ ຫົວໜ້າຄະນະກວດກາສູນກາງ, ກຳມະການສະພາເລືອກຕັ້ງແຫ່ງຊາດເປັນຫົວໜ້າຄະນະໄດ້ລົງກວດກາຕົວຈິງ ແລະ ເຮັດວຽກກັບ ແຂວງດັກລັກກ່ຽວກັບວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 (ພາບ: VOV)
ວັນທີ 9 ມີນາ, ຄະນະຕິດຕາມກວດກາຂອງ ຄະນະປະຈຳສະພາແຫ່ງຊາດ, ສະພາເລືອກຕັ້ງ ແຫ່ງຊາດໂດຍທ່ານ ເຈິ່ນຊີແທັງ, ຫົວໜ້າຄະນະກວດກາສູນກາງພັກ, ກຳມະການສະພາເລືອກຕັ້ງແຫ່ງຊາດເປັນຫົວໜ້າຄະນະ ໄດ້ລົງກວດກາຕົວຈິງ ແລະ ເຮັດວຽກກັບ ແຂວງດັກລັກກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031. ທີ່ການເຮັດວຽກ ກັບຄະນະເລືອກຕັ້ງ ແຂວງ ດັກລັກ, ທ່ານເຈິ່ນຊີແທ້ງ ຕັກເຕື່ອນແຂວງດັກລັກວ່າ ຍ້ອນມີລັກສະນະພິເສດແມ່ນບໍລິເວນກວ້າງຂວາງ ແລະ ພໍ່ແມ່ປະຊາຊົນບັນດາເປົ້າສ່ວນໜ້ອຍ ເປັນຈຳນວນຫຼາຍ. ດັ່ງນັ້ນ, ທາງແຂວງຕ້ອງສືບຕໍ່ຍູ້ແຮງການໂຄສະນາ, ກະກຽມພື້ນຖານໂຄງລ່າງ ແລະ ວິທີການຈັດການປ່ອນບັດຢູ່ບັນດາເຂດເລືອກຕັ້ງໃຫ້ຄົບຖ້ວນ, ເປັນເຈົ້າການໝູນໃຊ້ການຫັນເປັນດີຈີຕອນໃນການຄຸ້ມຄອງບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ ແລະ ລາຍການການເລືອກຕັ້ງ. ເປົ້າໝາຍແມ່ນຈັດຂຶ້ນວັດເລືອກຕັ້ງຢ່າງມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ, ປອດໄພ ແລະ ປະສົບຜົນສຳເລັດ, ກາຍເປັນວັນບຸນ ຂອງທົ່ວປວງຊົນຢ່າງແທ້ຈິງ.
ຢູ່ຮຶງອຽນ, ວຽກງານຖະແຫຼງຂ່າວ, ໂຄສະນາ ກ່ຽວກັບການເລືອກຕັ້ງໄດ້ຍູ້ແຮງດ້ວຍຫຼາຍຮູບແບບຜ່ານບັນດາກອງປະຊຸມ, ການຝືກອົບຮົບ, ຊ່ອງທາງສື່ມວນຊົນ, ສື່ສັງຄົມອອນໄລ…ຮັບປະກັນການກຳນົດທິດການເມືອງ, ເປັນເອກະພາບ, ຄົບຊຸດແຕ່ຂັ້ນແຂວງລົງຮອດຮາກຖານ.
ປະຕິບັດການລອງກວດກາຕູ້ປ່ອນບັດເລືອກຕັ້ງກ່ອນ ການໄຂ ແລະ ປະຕິບັດຂັ້ນຕອນປ່ອນບັດເລືອກຕັ້ງ (ພາບ: TTXVN)
ຢູ່ຮ່າຕິງ, ວຽກງານກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ພວມໄດ້ຜັນຂະຫຍາຍຢ່າງມີວິທະຍາສາດ.
ວັນທີ 9 ມີນາ, , ຄະນະປະຈຳພັກແຂວງແທັງຮ້ວາໄດ້ຈັດຕັ້ງການການປ່ອນບັດເລືອກຕັ້ງດ້ວຍຮູບແບບທາງໄກຈາກສະຖານທີ່ຖ່າຍທອດສົດ ຄະນະພັກແຂວງ ເຊື່ອມຕໍ່ກັບບັນດາຕາແສງ.
(ແຫຼ່ງຄັດຈາກ VOV)