• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂ​າ​ທິ​ການ​ໃຫ​ຍ່ ໂຕ​ເລິມ ມອບ​ຂໍ້​ຕົກ​ລົງ​ສ້າງ​ຕັ້ງ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ ອາ​ຍຸ​ການ 2026 – 2031

ຕອນເຊົ້າວັນທີ 10 ມີນາ, ຢູ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນໃນກອງປະຊຸມປະກາດຂໍ້ຕົກລົງຂອງກົມການເມືອງສ້າງຕັ້ງສະພາທິດສະດີສູນກາງ ອາຍຸການ 2026 – 2031.
  ບັນຍາກາດຂອງກອງປະຊຸມ  

ເມື່ອມອບຂໍ້ຕົກລົງຂອງຄະນະເລຂາທິການສູນກາງພັກບົ່ງຕົວຊັບຊ້ອນທ່ານ ຫງວຽນຊວັນຖັງ ດຳລົງຕຳແໜ່ງປະທານສະພາທິດສະດີສູນກາງ ອາຍຸການ 2026 – 2031, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ ການບູລະນະ ແລະ ເປີດຕົວສະພາທິດສະດີສູນກາງ ອາຍຸການ 2026 – 2031 ແມ່ນມີຄວາມໝາຍສຳຄັນທີ່ສຸດ, ສະແດງໃຫ້ເຫັນຈິດໃຈເປັນເຈົ້າການ, ຕັ້ງໜ້າ, ຮີບເຮັ່ງຈັດຕັ້ງປະຕິບັດນຳວຽກງານທິດສະດີຮ່ວມເດີນທາງພ້ອມກັບບັນດາໜ້າທີ່ໃຫຍ່ຂອງພັກ, ຂອງປະເທດຊາດ. ທ່ານເລຂາທິການໃຫຍ່ ໂຕເລິມ ປາດຖະໜາວ່າ:

  ທ່ານເລຂາທິການໃຫຍ່ ໂຕເລິມ ມອບດອກໄມ້ອວຍພອນທ່ານ ຫງວຽນຊວັນຖັງ (ພາບ: VOV)  

“ສະພາທິດສະດີສູນກາງຕ້ອງສືບຕໍ່ຢັ້ງຢືນ ແລະ ຍົກສູງບົດບາດເປັນແກ່ນສານໃນວຽກງານທິດສະດີຂອງພັກ, ໃນສັງກາດພັດທະນາໃໝ່ຂອງປະເທດຊາດ. ວຽກງານທິດສະດີນັບມື້ນັບມີຄວາມໝາຍສຳຄັນເປັນພິເສດ ເພາະວ່າທິດສະດີປະກອບສ່ວນສ້າງພື້ນຖານແນວຄິດ, ເຂັມຊີ້ທິດໃນການເຄື່ອນໄຫວຂອງພັກ ດ້ວຍວິໄສທັດຍຸດທະສາດຍາວນານ, ຂັ້ນຕອນການເຄື່ອນໄຫວໃນແຕ່ລະໄລຍະ, ແຕ່ລະຍຸກສະໄໝເພື່ອພັດທະນາປະເທດຊາດ.”

(ແຫຼ່ງຄັດຈາກ VOV)

ສ້າງ​ຕັ້ງ​ສະ​ໂມ​ສອນ​ເສື້ອ​ຍາວ ຫວຽດ​ນາມ ຢູ່ ລາວ

ສ້າງ​ຕັ້ງ​ສະ​ໂມ​ສອນ​ເສື້ອ​ຍາວ ຫວຽດ​ນາມ ຢູ່ ລາວ

ຕອນບ່າຍວັນທີ 09 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ໄດ້ດຳເນີນພິທີສະເຫຼີມສະຫຼອງວັນແມ່ຍິງສາກົນວັນທີ 08 ມີນາ ແລະ ເປີດຕົວສະໂມສອນມໍລະດົກເສື້ອຍາວ ຫວຽດນາມ ຢູ່ ລາວ ພາຍໃຕ້ຫົວຂໍ້ “ເສື້ອຍາວ ຫວຽດນາມ - ເຊື່ອມຕໍ່ວັດທະນະທຳ, ແຜ່ກະຈາຍສີສັນ”.

Top