• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັດ​ເລືອກ​ຕັ້ງ​ຖືກ​ສົ່ງມາ​​ຍັງ​ແຕ່​ລະ​ຄອບ​ຄົວ, ຂໍ້​ມູນ​ການ​ເລືອກ​ຕັ້ງ​ແຜ່​ກະ​ຈາຍ​ຈາກ​​ຂັ້ນຮາກ​ຖານ​ຢູ່​ດັກ​ລັກ

ຢູ່ດັກລັກ, ພ້ອມກັບບັນດາບາດກ້າວກະກຽມໃຫ້ແກ່ການຈັດຕັ້ງ, ວຽກງານໂຄສະນາກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນ ໄລຍະ 2026 – 2031 ພວມໄດ້ຮັບການຍູ້ແຮງດ້ວຍຫຼາຍຮູບການທີ່ມີໄຫວພິບ.
  ທຸກຖະໜົນຫົນທາງຢູ່ແຂວງດັກລັກ ໄດ້ຮັບການປະດັດປະດາດ້ວຍດອກໄມ້, ປາໂນ, ຄຳຂວັນໂຄສະນາກ່ຽວກັບວັນເລືອກຕັ້ງ (ພາບ: VOV)  

ໃນຊຸມວັນຜ່ານມາ, ຢູ່ຕາແສງ ແອອາ ເກີລີ, ແຂວງດັກລັກ, ບັນຍາກາດກະກຽມໃຫ້ແກ່ວັນເລືອກຕັ້ງ ໄດ້ດຳເນີນຢ່າງຮີບເຮັ່ງ. ໄປຄຽງຄູ່ກັບການໂຄສະນາໂດຍກົງແລ້ວ, ມີຫຼາຍທ້ອງຖິ່ນ ໄດ້ເປີດກ້ວາງຮູບການໂຄສະນາເພື່ອໃຫ້ຜູ້ມີສິດເລືອກຕັ້ງເຂົ້າເຖິງງ່າຍດາຍກວ່າຄື: ໂທລະໂຂ່ງ, ປາໂນ, ເຕັກໂນໂລຢີດີຈີຕອນ, ສື່ສັງຄົມອອນໄລ, ສື່ມວນຊົນແບບທາງໄກ… ທ່ານເຈິ່ນຮົ່ງຕຽນ, ຫົວໜ້າພະນັກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວແຂວງດັກລັກ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າໄດ້ສ້າງບັນດາຜະລິດຕະພັນໂຄສະນາຄືບັນດາຄຼິບວີດີໂອ, ລາຍການຂ່າວໂຄສະນາ ຢູ່ຂັ້ນຮາກຖານ, ສົມທົບກັບສື່ສັງຄົມອອນໄລເພື່ອເພີ່ມທະວີວຽກງານໂຄສະນາກ່ອນ, ໃນ ແລະ ຫຼັງການເລືອກຕັ້ງ.

ດ້ວຍຜູ້ມີສິດເລືອກຕັ້ງກວ່າ 2,4 ລ້ານຄົນ, ບັນຍາກາດກະກຽມໃຫ້ແກ່ວັນເລືອກຕັ້ງຢູ່ແຂວງດັກລັກພວມຢູ່ໃນໄລຍະຈຸດສຸມ. ການເຂົ້າຮ່ວມຢ່າງຄົບຊຸດຂອງທົ່ວລະບົບການເມືອງພ້ອມກັບຫຼາຍຮູບການໂຄສະນາຢ່າງມີໄຫວພິບໄດ້ປະກອບສ່ວນນຳຂໍ້ມູນຂ່າວກ່ຽວກັບການເລືອກ ມາຍັງຜູ້ມີສິດເລືອກຕັ້ງ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມກຽມພ້ອມເຂົ້າຮ່ວມວັນບຸນໃຫຍ່ຂອງທົ່ວປວງຊົນ.

ສ່ວນຢູ່ບັນດາຕາແສງ ໃນນະຄອນ ຮ່າໂນ້ຍ ກໍ່ພວມຜັນຂະຫຍາຍວຽກງການກະກຽມໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນ ທຸກຂັ້ນໄລຍະ 2026 – 2031 ຢ່າງເຂັ້ມງວດ, ຖືກຕ້ອງກັບຂໍ້ກຳນົດ ດ້ວຍການເຂົ້າຮ່ວມຢ່າງຄົບຊຸດຂອງທົ່ວລະບົບການເມືອງ.

  ຕາແສງ ຮວ່າງລຽດໄດ້ປະຕິບັດສຳເລັດ ວຽກງານກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 (ພາບ: VOV)  

ຢູ່ຕາແສງແທງອວຍ, ຮ່າໂນ້ຍ ບັນຍາກາດມຸ່ງໄປເຖິງວັນເລືອກຕັ້ງພວມແຜ່ກະຈາຍໃນວົງກວ້າງຈາກສຳນັກງານຕາແສງລົງສູ່ແຕ່ລະບ້ານ. ບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງໄດ້ຕິດປະກາດຢ່າງເປີດເຜີຍ, ຢູ່ບັນດາກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງ, ລາຍການກະທຳຂອງຜູ້ສະໝັກຮັບເລືອກຕັ້ງໄດ້ສະເໜີຢ່າງຈະແຈ້ງ, ກະທັດລັດ, ແທ້ຈິງ. ພ້ອມກັບການບູລະນະບັນດາອົງການຮັບຜິດຊອບການເລືອກຕັ້ງ, ສຳຫຼວດກວດຄືນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງໃຫ້ສົມບູນແບບ, ວຽກງານການກະກຽມຮາກຖານວັດຖຸ ແລະ ບັນດາວິທີການຮັບປະກັນຄວາມໝັ້ນຄົງຄວາມເປັນລະບຽບຮຽບຮ້ອຍ, ວຽກງານໂຄສະນາກໍ່ໄດ້ຮັບການຍູ້ແຮງ.

ສຳລັບຕາແສງ ຮວ່າງລຽດ, ດ້ວຍຜູ້ມີສິດເລືອກຕັ້ງກວ່າ 38.300 ຄົນ, ເຂດປ່ອນບັດເລືອກຕັ້ງ 26 ແຫ່ງ, ມາຮອດປັດຈຸບັນວຽກງານກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນ ທຸກຂັ້ນໄລຍະ 2026 – 2031 ໄດ້ຮັບການປະຕິບັດສຳເລັດແລ້ວ.

ຮ່າໂນ້ຍກໍ່ມີຄວາມເອົາໃຈໃສ່ເປັນພິເສດເຖິງ ວຽກງານຈັດວາງເຂດປ່ອນບັດເລືອກຕັ້ງ ເພື່ອ ສ້າງຄວາມສະດວກ ໃຫ້ແກ່ປະຊາຊົນ ແລະ ເໝາະສົມກັບຈຸດພິເສດຂອງແຕ່ລະທ້ອງຖິ່ນ.

(ແຫຼ່ງຄັດຈາກ VOV)

ສ້າງ​ຕັ້ງ​ສະ​ໂມ​ສອນ​ເສື້ອ​ຍາວ ຫວຽດ​ນາມ ຢູ່ ລາວ

ສ້າງ​ຕັ້ງ​ສະ​ໂມ​ສອນ​ເສື້ອ​ຍາວ ຫວຽດ​ນາມ ຢູ່ ລາວ

ຕອນບ່າຍວັນທີ 09 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ໄດ້ດຳເນີນພິທີສະເຫຼີມສະຫຼອງວັນແມ່ຍິງສາກົນວັນທີ 08 ມີນາ ແລະ ເປີດຕົວສະໂມສອນມໍລະດົກເສື້ອຍາວ ຫວຽດນາມ ຢູ່ ລາວ ພາຍໃຕ້ຫົວຂໍ້ “ເສື້ອຍາວ ຫວຽດນາມ - ເຊື່ອມຕໍ່ວັດທະນະທຳ, ແຜ່ກະຈາຍສີສັນ”.

Top