ຂ່າວສານ

ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ເສຍຊີວິດພາຍຫຼັງຖືກຍິງ

ອະດີດນາຍົກລັດຖະມົນຕີ Abe, ລວມອາຍຸໄດ້ 67 ປີ, ຖືກຍິງໃນເວລາປະມານ 11 ໂມງ 30 ນາທີ (ຕາມເວລາທ້ອງຖິ່ນ)
  ທ່ານ Shinzo Abe (ພາບ: SCMP)  

 ສຳນັກຂ່າວສານ Kyodo (ຍີ່ປຸ່ນ) ຄັດສະເໜີແຫຼ່ງຂ່າວຈາກພັກປະຊາທິປະໄຕເສລີ (LDP) ກຳອຳນາດໂດຍໃຫ້ຮູ້ວ່າ: ອະດີດນາຍົກລັດຖະມົນຕີຂອງປະເທດນີ້, ທ່ານ Shinzo Abe, ໄດ້ເສຍຊີວິດພາຍຫຼັງຖືກຍິງໃນວັນທີ 8 ກໍລະກົດ. ອະດີດນາຍົກລັດຖະມົນຕີ Abe, ລວມອາຍຸໄດ້ 67 ປີ, ຖືກຍິງໃນເວລາປະມານ 11 ໂມງ 30 ນາທີ (ຕາມເວລາທ້ອງຖິ່ນ), ເມື່ອທ່ານຂຶ້ນກ່າວປາໄສຫາສຽງເລືອກຕັ້ງໃຫ້ແກ່ພັກ LDP ຢູ່ນະຄອນ Nara, ທາງທິດຕາເວັນຕົກປະເທດ ຍີ່ປຸ່ນ. ຜູ້ຖືກສົງໄສແມ່ນ Tetsuya Yamagami ຖືກຈັບຕົວໃນທັນທີ. ອະດີດນາຍົກລັດຖະມົນຕີ Abe ແມ່ນການນຳດຳລົງຕຳແໜ່ງດົນກ່ວາໝູ່ຂອງຍີ່ປຸ່ນ. ທ່ານໄດ້ຊະນະໃນການເລືອກຕັ້ງໃນປີ 2006 ແຕ່ຕ້ອງລະອອກຈາກຕຳແໜ່ງໃນເດືອນ ກັນຍາ 2007 ຍ້ອນ ເຫດຜົນທາງສຸຂະພາບ. ຫຼັງຈາກນັ້ນ, ທ່ານໄດ້ອອກສະໝັກຮັບເລືອກຕັ້ງຄືນໃໝ່ ແລະ ໄດ້ກາຍເປັນນາຍົກລັດຖະມົນຕີແຕ່ປີ 2012 ຈົນຮອດເວລາທີ່ລາອອກຈາກຕຳແໜ່ງເມື່ອເດືອນ ສິງຫາ 2020.


top