• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນ​າມເຊື່ອມ​ຕໍ່​ການເດີນ​ທາງ​ໄປ​ມາຄືນ​ໃໝ່​​ ບົນ​ພື້ນ​ຖານ​ຮັບປະ​ກັນ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ​, ສ​ະ​ກັດ​ກັ້ນ​ໂລກ​ລະ​ບາດ

ອີງໃສ່ສະພາບການ ແລະ ຄວາມຕ້ອງການຂອງສອງຝ່າຍ, ຫວຽດນາມພວມແລກປ່ຽນກັບບາງປະເທດຄື: ຈີນ, ສ.ເກົາຫຼີ, ຍີ່ປຸ່ນ ກ່ຽວກັບການເຊື່ອມຕໍ່ການເດີນທາງໄປມາຄືນໃໝ່ບົນພື້ນຖານຮັບປະກັນການປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ ດ້ວຍບັນດາເງື່ອນໄຂຢ່າງລະອຽດ, ບໍ່ປະໃຫ້ໂລກລະບາດແຜ່ລາມ".

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)

ວັນທີ 18 ມິຖຸນາ 2020, ເມື່ອຕອບຄຳຖາມຂອງນັກຂ່າວສະເໜີໃຫ້ຮູ້ກ່ຽວກັບຄວາມອາດສາມາດຂອງຫວຽດນາມໃນການເຊື່ອມຕໍ່ການເດີນທາງໄປມາກັບບັນດາປະເທດໃນສະພາບການຫວຽດນາມ ຄວບຄຸມ ໂລກລະບາດໄດ້ໃນເບື້ອງຕົ້ນ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມໃຫ້ຮູ້ວ່າ:

“ອີງໃສ່ສະພາບການ ແລະ ຄວາມຕ້ອງການຂອງສອງຝ່າຍ, ຫວຽດນາມພວມແລກປ່ຽນກັບບາງປະເທດຄື: ຈີນ, ສ.ເກົາຫຼີ, ຍີ່ປຸ່ນ ກ່ຽວກັບການເຊື່ອມຕໍ່ການເດີນທາງໄປມາຄືນໃໝ່ບົນພື້ນຖານຮັບປະກັນການປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ ດ້ວຍບັນດາເງື່ອນໄຂຢ່າງລະອຽດ, ບໍ່ປະໃຫ້ໂລກລະບາດແຜ່ລາມ, ກ່ອນອື່ນໝົດ ແມ່ນສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກຊ່ຽວຊານ, ນັກບໍລິຫານຄຸ້ມຄອງຂອງບັນດາປະເທດເຫຼົ່ານັ້ນກັບຄືນມາເຮັດວຽກຢູ່ຫວຽດນາມ ແລະ ນັກສຶກສາ, ຜູ້ອອກແຮງງານຫວຽດນາມໄປເຮັດວຽກ ແລະ ຝຶກງານຢູ່ບັນດາປະເທດດັ່ງກ່າວ”.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top