ທີ່ການພົບປະ ກັບທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Han Duck-soo ໃນຕອນເຊົ້າວັນທີ 22 ມີນາ, ຢູ່ສຳນັກງານລັດຖະບານ, ທີ່ນະຄອນຫຼວງ ເຊີອູນ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫ໋າຍໄດ້ສະແດງຄວາມຫວັງໃຫ້ສອງຝ່າຍຈະສົມທົບກັນຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ສ.ເກົາຫຼີ (VKFTA) ຢ່າງມີປະສິດທິຜົນ, ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ ພາກພື້ນ (RCEP), ສູ້ຊົນນຳວົງເງິນການຄ້າສອງຝ່າຍບັນລຸ 100 ຕື້ USD ໃນປີ 2023 ແລະ 150 ຕື້ USD ໃນປີ 2030.
ກ່ອນໜ້ານັ້ນ, ໃນການພົບປະກັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Kim Jin-pyo, ຢູ່ຫໍສະພາແຫ່ງຊາດ ສ.ເກົາຫຼີ ທີ່ນະຄອນຫຼວງເຊີອູນເມື່ອ ວັນທີ 21 ມີນາ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫ໋າຍໄດ້ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນກັບ ສ.ເກົາຫຼີ ແລະ ຫວັງວ່າສອງຝ່າຍຈະສົມທົບກັນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເລິກເຊິ່ງກ່ວາອີກໃນໄລຍະຈະມາເຖິງ.