ຂ່າວສານ

ຫວຽດ​ນາມ ແລະ ສ.ເກົາຫຼີ​​ ຕັດ​ສິນ​ໃຈ​ພັດ​ທະ​ນາ​ການ​ພົວ​ພັນ​ສອງ​ຝ່າຍ​ຢ່າ​ງ​ແຮງ

ໂດຍສືບຕໍ່ ການເຄື່ອນໄຫວຢ້ຽມຢາມສ.ເກົາຫຼີຢ່າງເປັນທາງການ, ໃນລະຫວ່າງວັນທີ 21 – 23ມີນາ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫ໋າຍໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Kim Jin-pyo ແລະ ພົບປະກັບທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Han Duck-soo.
  ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Kim Jin-pyo ໃຫ້ການຕ້ອນຮັບ ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫ໋າຍ (ພາບ: TTXVN)  

ທີ່ການພົບປະ ກັບທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Han Duck-soo ໃນຕອນເຊົ້າວັນທີ 22 ມີນາ, ຢູ່ສຳນັກງານລັດຖະບານ, ທີ່ນະຄອນຫຼວງ ເຊີອູນ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫ໋າຍໄດ້ສະແດງຄວາມຫວັງໃຫ້ສອງຝ່າຍຈະສົມທົບກັນຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ສ.ເກົາຫຼີ (VKFTA) ຢ່າງມີປະສິດທິຜົນ, ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ ພາກພື້ນ (RCEP), ສູ້ຊົນນຳວົງເງິນການຄ້າສອງຝ່າຍບັນລຸ 100 ຕື້ USD ໃນປີ 2023 ແລະ 150 ຕື້ USD ໃນປີ 2030.

ກ່ອນໜ້ານັ້ນ, ໃນການພົບປະກັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Kim Jin-pyo, ຢູ່ຫໍສະພາແຫ່ງຊາດ ສ.ເກົາຫຼີ ທີ່ນະຄອນຫຼວງເຊີອູນເມື່ອ ວັນທີ 21 ມີນາ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫ໋າຍໄດ້ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນກັບ ສ.ເກົາຫຼີ ແລະ ຫວັງວ່າສອງຝ່າຍຈະສົມທົບກັນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເລິກເຊິ່ງກ່ວາອີກໃນໄລຍະຈະມາເຖິງ.

 


top