ຂ່າວສານ
ຫວຽດນາມ ເລືອກ 5 ທ້ອງຖິ່ນເປັນສະຖານທີ່ສ້າງຮູບແບບພັດທະນາລະບົບນິເວດເສດຖະກິດ ຜູ້ອາຍຸສູງ
ປັດຈຸບັນ, ຫວຽດນາມ ມີປະຊາຊົນໃນເກນອາຍຸແຕ່ 60 ປີຂຶ້ນເມື່ອເກືອບ 16,5 ລ້ານຄົນ, ກວ່າ 9 ລ້ານຄົນຍັງອອກແຮງງານ, ທຳການຜະລິດ, ດຳເນີນທຸລະກິດ. ຄາດວ່າຮອດປີ 2034, ຈຳນວນຜູ້ມີອາຍຸແຕ່ 60 ປີຂຶ້ນເມືອສາມາດບັນລຸເກືອບ 21 ລ້ານຄົນ, ໄລຍະປະຊາກອນຄຳ ຄາດວ່າສິ້ນສຸດໃນປີ 2036.
ຕໍ່ໜ້າສະພາບການນີ້, ຢູ່ກອງປະຊຸມສຳມະນານະໂຍບາຍພັດທະນາລະບົບນິເວດເສດຖະກິດຜົນງອກ ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 16 ພະຈິກ, ທ່ານ ຫງວຽນແທັງງີ ຫົວໜ້າຄະນະນະໂຍບາຍ, ຍຸດທະສາດສູນກາງ ເນັ້ນໜັກວ່າ ຄວາມຮຽກຮ້ອງໃນປັດຈຸບັນ ບໍ່ພຽງແຕ່ແກ່ອາຍຸຍືນເທົ່ານັ້ນ ຫາກຍັງສຳຄັນກວ່ານັ້ນແມ່ນຍົກສູງຄຸນນະພາບໃນການດຳລົງຊີວິດ, ສຸຂະພາບ, ຄວາມສາມາດເປັນເຈົ້າຕົນເອງ ແລະ ຄວາມສາມາດເຂົ້າຮ່ວມສັງຄົມຂອງຜູ້ມີອາຍຸສູງ.
ຢູ່ກອງປະຊຸມສຳມະນາ, ທ່ານນາງ ຟ້າມທິແທັງຈ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ໃຫ້ຮູ້ວ່າ, ລັດຖະບານຈະສືບຕໍ່ສ້າງລະບອບລະບຽບການໃຫ້ສົມບູນແບບ, ລະດົມແຫຼ່ງກຳລັງ, ພັດທະນາລະບົບນິເວດເສດຖະກິດຜູ້ອາຍຸສູງ.
ລັດໃຫ້ບຸລິມະສິດແຫຼ່ງກຳລັງຮັບປະກັນການໜູນຊ່ວຍສັງຄົມທີ່ເປັນຈຳ, ໜູນຊ່ວຍກຸ່ມຄົນທີ່ມີຄວາມສ່ຽງສູງ ແລະ ລົງທຶນພື້ນຖານໂຄງລ່າງເພື່ອນຳພາ. ສຸມໃສ່ເຂົ້າບັນດາຂົງເຂດທີ່ມີຄວາມຕ້ອງການໃຫຍ່, ຄວາມສາມາດພັດທະນາ ແລະ ມີກຳລັງແຮງແຜ່ກະຈາຍສູງຄື: ການເບິ່ງແຍງດູແລສຸຂະພາບ, ຟື້ນຟູບົດບາດໜ້າທີ່, ເບິ່ງແຍງດູແລຍາວນານ, ເຮືອນຢູ່, ພື້ນຖານໂຄງລ່າງເປັນມິດ, ວັດທະນະທຳ, ການທ່ອງທ່ຽວ ແລະ ເຕັກໂນໂລຢີໜູນຊ່ວຍຜູ້ອາຍຸສູງ.
ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ລັດຖະບານ ຈະເລືອກເອົາ 5 ທ້ອງຖິ່ນລວມມີ: ຮ່າໂນ້ຍ, ທ້າຍງວຽນ, ດ່ານັ້ງ, ນະຄອນ ໂຮ່ຈີມິນ ແລະ ອານຢາງເປັນສະຖານທີ່ສ້າງແບບຢ່າງດີເດັ່ນ ພັດທະນາລະບົບນິເວດເສດຖະກິດ ຜູ້ອາຍຸສູງ.






