• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທາງ​ການ​ຄ້າ ແລະ ການ​ລົງ​ທຶນ​ກັບ​ຕະຫຼາດ UAE - ​ຕາ​ເວັນ​ອອກ​ກາງ

ຕອນບ່າຍວັນທີ 18 ກັນຍາ, ຢູ່ຮ່າໂນ້ຍ, ກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ) ໄດ້ຈັດກອງປະຊຸມສຳມະນາ “ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນຢູ່ຕະຫຼາດ UAE - ຕາເວັນອອກກາງ”.
ກອງປະຊຸມສຳມະນາ “ຊຸກຍູ້ການຮ່ວມມືທາງການຄ້າ ແລະ ການລົງທຶນຢູ່ຕະຫຼາດ UAE - ພາກຕາເວັນອອກກາງ”

ຕະຫຼາດ ສະຫະລັດ ອາຣັບ ເອມີເລດ (UAE)  ແລະ ພາກພື້ນຕາເວັນອອກກາງ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຍຸດທະສາດຂອງ ຫວຽດນາມ ຢູ່ພາກພື້ນ ອາຊີຕາເວັນຕົກ. ປັດຈຸບັນ, UAE ແມ່ນຄູ່ຮ່ວມມືທາງການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ ຢູ່ຕາເວັນອອກກາງ, ພ້ອມນັ້ນກໍ່ແມ່ນປະຕູເຂົ້າອອກສຳຄັນເພື່ອໃຫ້ສິນຄ້າ ຫວຽດນາມ ເຂົ້າເຖິງບັນດາປະເທດໃນຕາເວັນອອກກາງ. ທ່ານນາງ ຫງວຽນທິທູຖຸຍ, ຮອງຫົວໜ້າສູນໜູນຊ່ວຍການສົ່ງເສີມການຄ້າ ແລະ ການລົງທຶນ, ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ:

ດູບາຍ ແມ່ນສູນແລກປ່ຽນການຄ້າແຖວໜ້າຢູ່ຕາເວັນອອກກາງ - ບໍ່ພຽງແຕ່ແມ່ນສະຖານທີ່ບໍລິໂພກສິນຄ້າເປັນຈຳນວນຫຼາຍເທົ່ານັ້ນ ຫາກຍັງສວມບົດບາດແມ່ນຂົວເຊື່ອມຕໍ່ ຊ່ວຍວິສາຫະກິດ ຫວຽດນາມ ເປີດກວ້າງຕະຫຼາດໄປຍັງ ອາບຟຼິກກາ, ອາຊີໃຕ້ ແລະ ເອີລີບ ອີກດ້ວຍ. ເລື່ອງເພີ່ມທະວີການມີໜ້າຂອງວິສາຫະກິດ ຫວຽດນາມ ຢູ່ ດູບາຍ ຈະມີຄວາມໝາຍຍຸດທະສາດໃນການຮັກສາລະບົບສະໜອງ ແລະ ຄວາມສາມາດໃນການແກ້ງແຍ້ງທີ່ເປັນປົກກະຕິ.

ວົງເງິນການຄ້າສອງຝ່າຍລະຫວ່າງ ຫວຽດນາມ - UAE ເພີ່ມຂຶ້ນ 50% ນັບແຕ່ປີ 2023 ຫາ 2024, ບັນລຸ 12 ຕື້ USD. ຄາດວ່າ ຕົວເລກນີ້ຈະສືບຕໍ່ເພີ່ມຂຶ້ນຖ້າສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ (CEPA) ມີຜົນສັກສິດໂດຍໄວໃນປີນີ້.

(ແຫຼ່ງຄັດຈາກ VOV)

ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ກວ່າ 3.080 ອັດຖິພາຍຫຼັງ 6 ເດືອນ

ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ກວ່າ 3.080 ອັດຖິພາຍຫຼັງ 6 ເດືອນ

“​ບັ້ນ​ເຄື່ອນ​ໄຫວ 500 ວັນ ແລະ ຄືນ​ຍູ້​ແຮງ​ການ​ຊອກ​ຫາ​, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່​ອັດ​ຖິ​ນັກຮົບເສຍສະຫຼະຊີວິດເພື່ອຊາດ​” ທ້ອນ​ໂຮມ​ອັດ​ຖິ​​ນັກຮົບເສຍສະຫຼະຊີວິດເພື່ອຊາດ​ໄດ້ 3.080 ອັດຖິພາຍ​ຫຼັງ​ເວລາ 6 ເດືອນ​.

Top