ໃນວັນທີ 18 ກັນຍາ, ກະຊວງການເງິນຫວຽດນາມ ໄດ້ຈັດເວທີປາໄສການເຊື່ອມຕໍ່ການລົງທຶນ ປີ 2025 ທີ່ ເມືອງເອກມິລານ ເຂດລົມບາດີ, ອີຕາລີ.
ທ່ານ ຫງວຽນວັນທັງ, ລັດຖະມົນຕີກະຊວງການເງິນຫວຽດນາມ ໄດ້ມີຄໍາເຫັນໃນເວທີດັ່ງກ່າວ, ທ່ານໃຫ້ຮູ້ວ່າ: ໃນສະພາບການທີ່ເສດຖະກິດທົ່ວໂລກພວມຜັນແປຄືໃນປະຈຸບັນ, ເສດຖະກິດ ຫວຽດນາມ ຍັງສືບຕໍ່ສະແດງເຫັນການຟື້ນຟູຢ່າງຕັ້ງໜ້າ ແລະ ກາຍເປັນຈຸດໝາຍປາຍທາງ ການລົງທຶນທີ່ໜ້າສົນໃຈຢູ່ພາກພື້ນອາຊີ. ປະຈຸບັນມີ 162 ໂຄງການ ຂອງນັກລົງທຶນ ອີຕາລີ ພວມລົງທຶນຢູ່ຫວຽດນາມ ລວມມູນຄ່າຫຼາຍກວ່າ 624 ລ້ານ USD, ຈັດຢູ່ໃນອັບດັບທີ 32 ຂອງຈໍານວນ 151 ປະເທດ ແລະ ເຂດແຄ້ວນທີ່ມີການລົງທຶນຢູ່ຫວຽດນາມ. ກົງກັນຂ້າມ, ຫວຽດນາມໄດ້ລົງທຶນ 11 ໂຄງການ ຢູ່ ອີຕາລີ ລວມມູນຄ່າການລົງທຶນເກືອບ 7 ແສນ USD. ທ່ານ ລັດຖະມົນຕີກະຊວງການເງິນໄດ້ຢັ້ງຢືນວ່າ ກໍາລັງບົ່ມຊ້ອນການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ ລະຫວ່າງ ຫວຽດນາມ ແລະ ອີຕາລີ ຍັງຄົງມີທ່າແຮງບົ່ມຊ້ອນເພື່ອສືບຕໍ່ພັດທະນາ.
ທີ່ເວທີປາໃສ, ທ່ານ Raffaele Cattne, ເຈົ້າຄອງເຂດລົມບາດີ ໄດ້ຂື້ນແບ່ງປັນກ່ຽວກັບໂອກາດ ແລະ ຄວາມສາມາດບົ່ມຊ້ອນ ການເຊື່ອມຕໍ່ການລົງທຶນເຂົ້າຫວຽດນາມ ຂອງບັນດາວິສາຫະກິດ ອີຕາລີ, ທ່ານ ໄດ້ໃຫ້ຮູ້ວ່າ ປະຈຸບັນການແລກປຽກການຄ້າ ຫວຽດນາມ-ອີຕາລີ ມີຄວາມສະດວກສະບາຍກວ່າ, ເມື່ອມີສາຍການບິນໄປເຖິງ ເມືອງເອກມິລານ ໂດຍກົງ. ທ່ານ ເຈົ້າຄອງເຂດລົມບາດີ ໄດ້ສະແດງຄວາມປາດຖະໜາຢາກຮ່ວມມືກັບທ້ອງຖິ່ນຂອງຫວຽດນາມ ຈຳນວນໜຶ່ງ ເພື່ອເພີ່ມທະວີການແລກປ່ຽນ, ການລົງທຶນໃຫ້ມີປະສິດທິຜົນ.
(ແຫຼ່ງຄັດຈາກ VOV)