ການນຳ 2 ທ່ານໄດ້ເຫັນດີຍູ້ແຮງການຮ່ວມມືໃນຂົງເຂດລັດຖະສະພາ ຜ່ານການເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຂັ້ນຄະນະກຳມາທິການ, ພົບປະແລກປ່ຽນສະມາຊິກລັດຖະສະພາຍິງ, ສະມາຊິກລັດຖະສະພາໜຸ່ມ.
ຕອນເຊົ້າວັນທີ 19 ກັນຍາ, ຢູ່ສຳນັກງານສະພາຕ່ຳ ມາເລເຊຍ, ທີ່ນະຄອນຫຼວງ ກົວລາບຳເປີ, ທ່ານປະທານສະພາຕ່ຳ ມາເລເຊຍ Tan Sri Dato’ Johari bin Abdul ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ.
ທີ່ການພົບປະເຈລະຈາພາຍຫຼັງພິທີຕ້ອນຮັບ, ການນຳ 2 ທ່ານໄດ້ເຫັນດີຍູ້ແຮງການຮ່ວມມືໃນຂົງເຂດລັດຖະສະພາ ຜ່ານການເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຂັ້ນຄະນະກຳມາທິການ, ພົບປະແລກປ່ຽນສະມາຊິກລັດຖະສະພາຍິງ, ສະມາຊິກລັດຖະສະພາໜຸ່ມ; ແບ່ງປັນຂໍ້ມູນ, ບົດຮຽນການສ້າງຂອບເຂດນິຕິກຳທີ່ສອດຄ່ອງໃຫ້ສົມບູນແບບ, ສ້າງເງື່ອນໄຂສະດວກເພື່ອຜັນຂະຫຍາຍບັນດາເນື້ອໃນ, ຂົງເຂດຮ່ວມມືໃໝ່ ໃນຂົງເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ຫາກໍ່ສ້າງຕັັ້ງ. 2 ຝ່າຍຍູ້ແຮງການຮ່ວມມືໃນການຕິດຕາມກວດກາ ປະຕິບັດບັນດາສັນຍາສາກົນ, ຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມລະຫວ່າງລັດຖະບານ 2 ປະເທດໃຫ້ມີປະສິດທິຜົນ.
ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ກໍ່ໄດ້ພົບປະສົນທະນາກັບທ່ານປະທານສະພາສູງ ມາເລເຊຍ Dato’ Awang Bemee Awang Ali Basah.
(ແຫຼ່ງຄັດຈາກ VOV)