ສູນຮ່ວມມືການປະດິດສ້າງໃໝ່ດ້ານປັນຍາປະດິດ (AI) ຈີນ, ອາຊຽນ ເລີ່ມກໍ່ສ້າງໃນວັນທີ 18 ກັນຍາ, ຢູ່ຈີນ.
ກອງປະຊຸມໂຕະມົນຂັ້ນລັດຖະມົນຕີກ່ຽວກັບ AI ຢູ່ ໜານໜິງ (ພາບ: TTXVN)
ຕາມແຈ້ງການຢູ່ກອງປະຊຸມໂຕະມົນຂັ້ນລັດຖະມົນຕີກ່ຽວກັບ AI ຢູ່ ໜານໜິງ, ເມືອງເອກເຂດປົກຄອງຕົນເອງຊາວເຜົ່າຈວາງ ກວາງຊີ, ພາກໃຕ້ ຈີນ, ໃຫ້ຮູ້ວ່າ ສູນດັ່ງກ່າວ ຈະສຸມໃສ່ການກໍ່ສ້າງພື້ນຖານໂຄງລ່າງ AI, ສະໜອງບັນດາພື້ນຖານ open source ແລະ ບຳລຸງສ້າງບຸກຄະລາກອນ AI ເພື່ອໝູນໃຊ້ການປະຕິບັດໃນຕົວຈິງ ແລະ ຮັບປະກັນການເຂົ້າເຖິງບັນດາເຕັກໂນໂລຢີ AI ຢ່າງຍຸຕິທຳ.
ໃນກອງປະຊຸມນີ້ກໍໄດ້ປະກາດຂໍ້ລິເລີ່ມ “AI Plus” ເພື່ອແນໃສ່ຊຸກຍູ້ຮ່ວມມື ຈີນ - ອາຊຽນ ແລະ ສ້າງຕັ້ງກົນໄກຮ່ວມມື AI ຂັ້ນລັດຖະມົນຕີລະຫວ່າງ ຈີນ ແລະ ອາຊຽນ. ກອງປະຊຸມ ດັ່ງກ່າວແມ່ນເພື່ອແນໃສ່ສ້າງພື້ນຖານການໂອ້ລົມສົນທະນາຂັ້ນສູງລະຫວ່າງ ຈີນ ແລະ ບັນດາປະເທດ ອາຊຽນ, ເພີ່ມທະວີການຮ່ວມມືຕົວຈິງໃນການພັດທະນາ ແລະ ບໍລິຫານ AI.
(ແຫຼ່ງຄັດຈາກ VOV)