ຄະນະຜູ້ແທນຂັ້ນສູງຂອງພັກກອມມູນິດຫວຽດນາມ ນຳໂດຍ ທ່ານ ຫງວຽນ ຈ້ອງ ເຫງ້ຍ, ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ໄດ້ເດີນທາງໄປຢ້ຽມຢາມອົດສະຕາລີ.
(ທີ່ການພົວພັນລະຫວ່າງທ່ານ ຫງວຽນຈ້ອງເຫງ້ຍ ກັບ ທ່ານ ແມັດທິວ ດິສໂທເຫວດ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ, ທັງເປັນ ລັດຖະມົນຕີກະຊວງການເຂົ້າ-ອອກເມືອງ ອົດສະຕາລີ)
ວັນທີ 18 ກັນຍາ, ທ່ານ ຫງວຽນຈ້ອງເຫງ້ຍ ໄດ້ພົບປະກັບ ທ່ານ ແມັດທິວ ດິສໂທເຫວດ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ, ທັງເປັນ ລັດຖະມົນຕີກະຊວງການເຂົ້າ-ອອກເມືອງ ອົດສະຕາລີ, ທ່ານ ນາງ ວິນນີ່ ໂມລິນາ, ປະທານພັກກອມມູນິດອົດສະຕາລີ ແລະ ທ່ານ ຄິມ ຊຳຊອນ, ປະທານສະມາຄົມມິດຕະພາບ ອົດສະຕາລີ-ຫວຽດນາມ.
ໃນການພົບປະ, ທ່ານ ຫງວຽນຈ້ອງເຫງ້ຍ, ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ໄດ້ແຈ້ງຂໍ້ມູນໃຫ້ບັນດາຄູ່ຮ່ວມມືອົດສະຕາລີ ກ່ຽວກັບ ບັນດາຜົນສຳເລັດການພັດທະນາເສດຖະກິດ, ສັງຄົມ ແລະ ການຕ່າງປະເທດຂອງ ຫວຽດນາມ ທີ່ຍາດມາໄດ້ໃນໄລຍະຜ່ານມາ. ທ່ານ ຫງວຽນ ຈ້ອງ ເຫງ້ຍ ຢືນຢັນ ຫວຽດນາມ ຖືເປັນສຳຄັນ ທີ່ຕັ້ງ, ບົດບາດ ຂອງ ອົດສະຕາລີ; ປາຖະໜາຢາກເພີ່ມທະວີການຮ່ວມມື ກັບອົດສະຕາລີໃນທຸກຂົງເຂດ, ສະເໜີໃຫ້ທັງ ສອງຝ່າຍ ຕັ້ງໜ້າສົມທົບກັນ, ຜັນຂະຫຍາຍ ບັນດາຂໍ້ຕົກລົງຂັ້ນສູງ ແລະ ກົນໄກການຮ່ວມມືທີ່ມີໃນປະຈຸບັນ ໃຫ້ມີປະສິດທິຜົນ, ເພື່ອນຳມາຊຶ່ງຜົນປະໂຫຍດອັນແທດຈິງມາສູ່ປະຊາຊົນສອງຊາດ.
ໃນມື້ດຽວກັນ, ທ່ານ ຫງວຽນ ຈ້ອງ ເຫງ້ຍ, ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ໄດ້ເຮັດວຽກກັບ ສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ອົດສະຕາລີ.
(ແຫຼ່ງຄັດຈາກ VOV)