• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ສ.ເກົາຫຼີ ອອກ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ເລື່ອງ​ເຮັດ​ໃຫ້ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ​ເລິກ​ເຊິ່ງ​ກ່​ວາ​ອີກ

ຖະແຫຼງການຮ່ວມ ຢັ້ງຢືນສອງຝ່າຍບັນລຸໄດ້ຄວາມຮັບຮູ້ລວມສຳຄັນກ່ຽວກັບການຍູ້ແຮງຢ່າງຮອບດ້ານ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ຫວຽດນາມ - ສ.ເກົາຫຼີ ເລິກເຊິ່ງກ່ວາອີກ ໃນບັນດາບັນຫາພາກພື້ນ, ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.
ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໂຕເລິມ ພົບປະເຈລະຈາກັບທ່ານປະທານາທິບໍດີ Lee Jae Myung (ພາບ: VOV)

ໃນການຢ້ຽມຢາມທາງລັດຖະກິດ ສ.ເກົາຫຼີ ໃນລະຫວ່າງວັນທີ 10 – 13 ສິງຫາ 2025 ຂອງທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໂຕເລິມ, ວັນທີ 11 ສິງຫາ, ຫວຽດນາມ ແລະ ສ.ເກົາຫຼີໄດ້ອອກຖະແຫຼງການຮ່ວມກ່ຽວກັບການເຮັດໃຫ້ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ ເລິກເຊິ່ງກ່ວາອີກ.

ຖະແຫຼງການຮ່ວມ ຢັ້ງຢືນສອງຝ່າຍບັນລຸໄດ້ຄວາມຮັບຮູ້ລວມສຳຄັນກ່ຽວກັບການຍູ້ແຮງຢ່າງຮອບດ້ານ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ຫວຽດນາມ - ສ.ເກົາຫຼີ ເລິກເຊິ່ງກ່ວາອີກ ໃນບັນດາບັນຫາພາກພື້ນ, ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານາທິບໍດີ ຢັ້ງຢືນວ່າ ສອງປະເທດແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງກັນໃນທຸກຂົງເຂດ. ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານາທິບໍດີ Lee Jae Myung ເຫັນດີເປັນເອກະພາບຖືບັນດາຜົນສຳເລັດທີ່ບັນລຸໄດ້ໃນໄລຍະກ່ວາ 30 ປີຜ່ານມາ ແມ່ນພື້ນຖານອັນໝັ້ນແກ່ນ ແລະ ເປັນກຳລັງໜູນຍາວນານເພື່ອໃຫ້ສອງຝ່າຍປັບປຸງ ແລະ ນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ ແລະ ກ້າວເຂົ້າສູ່ໄລຍະໃໝ່. ການນຳສອງທ່ານໄດ້ເຫັນດີເປັນເອກະພາບຈະສືບຕໍ່ເຮັດໃຫ້ການຮ່ວມມືໃນທຸກຂົງເຂດເລິກເຊິ່ງກ່ວາອີກ, ເຫັນດີເປັນເອກະພາບປະຕິບັດສຳເລັດເປົ້າໝາຍນຳວົງເງິນການຄ້າສອງຝ່າຍບັນລຸ 150 ຕື້ USD ໃນປີ 2030 ຕາມທິດດຸ່ນດ່ຽງ ແລະ ຍືນຍົງ.

ສອງຝ່າຍໄດ້ຢັ້ງຢືນຄືນໃໝ່ລະດັບຄວາມສຳຄັນຂອງການຮັບປະກັນສັນຕິພາບ, ສະຖຽນລະພາບ, ເຄົາລົບກົດໝາຍສາກົນ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ເປັນຕົ້ນແມ່ນການຢັ້ງຢືນຫຼັກການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

(ແຫຼ່ງຄັດຈາກ VOV)

ທ່ານປະທານປະເທດ ເລືອງເກື່ອງ ໄປ ປັກກິງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະ ຟາດຊິດ

ທ່ານປະທານປະເທດ ເລືອງເກື່ອງ ໄປ ປັກກິງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະ ຟາດຊິດ

ເລື່ອງທ່ານປະທານປະເທດ ເລືອງເກື່ອງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະ ຟາດຊິດ ຂອງປະຊາຊົນໂລກ ຢູ່ ຈີນ, ແມ່ນການຢືນຢັນຄວາມສະເໝີນຕົ້ນສະເໝີປາຍຂອງ ຫວຽດນາມ ໃນການຕັດສິນໃຈປົກປັກຮັກສາສັນຕິພາບຂອງມວນມະນຸດ, ຊຸກຍູ້ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ.

Top