ເລື່ອງທ່ານປະທານປະເທດ ເລືອງເກື່ອງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະ ຟາດຊິດ ຂອງປະຊາຊົນໂລກ ຢູ່ ຈີນ, ແມ່ນການຢືນຢັນຄວາມສະເໝີນຕົ້ນສະເໝີປາຍຂອງ ຫວຽດນາມ ໃນການຕັດສິນໃຈປົກປັກຮັກສາສັນຕິພາບຂອງມວນມະນຸດ, ຊຸກຍູ້ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ.
(ການນຳຫຼາຍປະເທດ, ອົງການເຂົ້າຮ່ວມເຫດການ)
ຕອນຄ່ຳວັນທີ 02 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ ຢູ່ນະຄອນຫຼວງປັກກິງ, ປະເທດ ຈີນ, ເລີ່ມຕົ້ນການເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະ ຟາດຊິດ ຂອງປະຊາຊົນໂລກ ແລະ ເຮັດວຽກຢູ່ ຈີນ ແຕ່ວັນທີ 02 – 04 ກັນຍາ, ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຈີນ, ປະທານປະເທດ ຈີນ ສີຈິ້ນຜິງ.
ເລື່ອງທ່ານປະທານປະເທດ ເລືອງເກື່ອງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະ ຟາດຊິດ ຂອງປະຊາຊົນໂລກ ຢູ່ ຈີນ, ນອກຈາກການສະແດງໃຫ້ເຫັນການຖືເປັນສຳຄັນພິເສດຂອງ ຫວຽດນາມ ຕໍ່ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຈີນ ແລ້ວ, ຍັງແມ່ນການຢືນຢັນຄວາມສະເໝີນຕົ້ນສະເໝີປາຍຂອງ ຫວຽດນາມ ໃນການຕັດສິນໃຈປົກປັກຮັກສາສັນຕິພາບຂອງມວນມະນຸດ, ຊຸກຍູ້ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດອີກດ້ວຍ.
ຕອນເຊົ້າວັນທີ 03 ກັນຍາ, ຈີນ ໄດ້ຈັດພິທີເດີນຂະບວນ, ສວນສະໜາມສະແດງກ້ອນກຳລັງ ສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະ ຟາດຊິດ ຂອງປະຊາຊົນ ໂລກ, ຢູ່ສະໜາມຫຼວງ ທຽນອານເມີນ, ທີ່ນະຄອນຫຼວງ ປັກກິງ. ມີປະມຸດລັດ, ການນຳລັດຖະບານ, ບັນດາຄະນະຜູ້ແທນຂັ້ນສູງຈາກຫຼາຍປະເທດໄດ້ຮັບເຊື້ອເຊີນເຂົ້າຮ່ວມເຫດການ.
(ແຫຼ່ງຄັດຈາກ VOV)