• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ເລືອງເກື່ອງ ພົບປະກັບການນຳຫຼາຍປະເທດ

ທີ່ບັນດາການພົບປະ, ທ່ານປະທານປະເທດ ໄດ້ສົ່ງຄຳຢື້ຢາມຖາມຂ່າວຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ພ້ອມກັບການນຳພັກ, ລັດ ແລະ ປະຊາຊົນ ຫວຽດນາມ ເຖິງການນຳ ແລະ ປະຊາຊົນບັນດາປະເທດ.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ຕ້ອນຮັບ ທ່ານນາຍົກລັດຖະມົນຕີ ສະໂລວາກີ Robert Fico (ພາບ: TTXVN)

ຕອນບ່າຍວັນທີ 03 ກັນຍາ, ຢູ່ ປັກກິ່ງ, ປະເທດ ຈີນ, ເນື່ອງໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະ ຟາດຊິດ ຂອງປະຊາຊົນໂລກ ແລະ ເຮັດວຽກຢູ່ ຈີນ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ຕ້ອນຮັບ ທ່ານນາຍົກລັດຖະມົນຕີ ສະໂລວາກີ Robert Fico.

ທີ່ການຕ້ອນຮັບ, ທ່ານປະທານປະເທດ ເລືອງເກື່ອງ ສະແດງຄວາມເຄົາລົບຕໍ່ການພົວພັນທີ່ເປັນມູນເຊື້ອ ແລະ ການຮ່ວມມືມິດຕະພາບຢ່າງດີງາມກັບ ສະໂລວາກີ; ທ່ານໄດ້ແບ່ງປັນບັນດາເປົ້າໝາຍການພັດທະນາຂອງ ຫວຽດນາມ, ຊົມເຊີຍ ແລະ ຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດທີ່ໄດ້ພັດທະນາຢ່າງຕັ້ງໜ້າໃນໄລຍະຜ່ານມາ.

ສ່ວນທ່ານນາຍົກລັດຖະມົນຕີ Robert Fico ກໍ່ຕີລາຄາສູງທີ່ຕັ້ງ ແລະ ບົດບາດຂອງ ຫວຽດນາມ ຢູ່ພາກພື້ນ.

ການນຳ 2 ທ່ານໄດ້ເຫັນດີພັດທະນາການພົວພັນຢ່າງເລິກເຊິ່ງ, ກວ້າງຂວາງໃນທຸກຂົງເຂດ; ພ້ອມກັນນັ້ນ, ກໍ່ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນໃນການແກ້ໄຂບັນດາບັນຫາພາກພື້ນ ແລະ ສາກົນ.

ກ່ອນໜ້ານັ້ນ, ຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ເລືອງເກື່ອງ ກໍ່ໄດ້ພົບປະກັບການນຳບັນດາປະເທດ ກຳປູເຈຍ, ກຸຍບາ, ສປປ.ເກົາຫຼີ, ອິນໂດເນເຊຍ, ມາເລເຊຍ, ຕີມໍແລັດສະເຕ, ມົງໂກນ, ກາຊັກສະຖານ, ອາແຊກໄບຊານ…

ທີ່ບັນດາການພົບປະ, ທ່ານປະທານປະເທດ ໄດ້ສົ່ງຄຳຢື້ຢາມຖາມຂ່າວຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ພ້ອມກັບການນຳພັກ, ລັດ ແລະ ປະຊາຊົນ ຫວຽດນາມ ເຖິງການນຳ ແລະ ປະຊາຊົນບັນດາປະເທດ ແລະ ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ແລະ ບັນດາປະເທດຈະສືບຕໍ່ຮຽງບ່າຮຽງໄຫຼ່ ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ຄວາມວັດທະນາຖາວອນ. ການນຳບັນດາປະເທດກໍ່ອວຍພອນ ຫວຽດນາມ ເນື່ອງໃນໂອກາດ 80 ປີແຫ່ງວັນສະຖາປະນາປະເທດ ສສ.ຫວຽດນາມ; ຢືນຢັນການຖືເປັນສຳຄັນການພົວພັນມິດຕະພາບ ແລະ ນ້ຳໃຈອັນດີງາມກັບ ຫວຽດນາມ, ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືໃນທຸກຂົງເຂດກັບ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 49 ຂອງ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 49 ຂອງ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ

ຢູ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ຈະສະຫງວນເວລາສ່ວນຫຼາຍໃຫ້ແກ່ວຽກງານສ້າງກົດໝາຍ ພິຈາລະນາຮ່າງກົດໝາຍ 14 ສະບັບ (ໃນນັ້ນມີ 7 ສະບັບໄດ້ຮັບການປັບປຸງຢ່າງຮອບດ້ານ), ມີຂອບເຂດກວ້າງ, ມີຜົນກະທົບໃຫຍ່ຫຼວງ.

Top