ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ໄດ້ຢັ້ງຢືນວ່າ ພັກ ແລະ ລັດຖະບານ ຈີນ ຖືເປັນສຳຄັນນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ ຈີນ - ສປປ.ເກົາຫຼີ, ພ້ອມແລ້ວທີ່ຈະຮັກສາ, ປັບປຸງ ແລະ ພັດທະນາການພົວພັນອັນດີງາມລະຫວ່າງສອງປະເທດ.
ທ່ານ ສີຈິ້ນຜິງ ປະທານປະເທດ ຈີນ ແລະ ທ່ານ Kim Jong Un ການນຳ ສປປ.ເກົາຫຼີ (ພາບ: Xinhua)
ການພົບປະເຈລະຈາລະຫວ່າງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ ກັບທ່ານ Kim Jong Un ເລຂາທິການໃຫຍ່ ພັກແຮງງານ ສປປ.ເກົາຫຼີ ທັງເປັນປະທານສະພາແຫ່ງຊາດ ສປປ.ເກົາຫລີ ໄດ້ດຳເນີນໃນວັນທີ 4 ກັນຍາ, ພາຍຫລັງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະຟາດຊິດ ຢູ່ນະຄອນຫຼວງ ປັກກິ່ງ ໜຶ່ງວັນ. ນີ້ແມ່ນການພົບປະແບບເຊິ່ງໜ້າຄັ້ງທຳອິດລະຫວ່າງການນຳສອງທ່ານ ໃນໄລຍະກ່ວາ 6 ປີຜ່ານມາ, ນັບແຕ່ເວລາການຢ້ຽມຢາມທາງລັດຖະກິດຢູ່ ສປປ.ເກົາຫຼີ ຂອງທ່ານປະທານປະເທດ ຈີນ ເມື່ອທ້າຍເດືອນມິຖຸນາ ປີ 2019.
ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ໄດ້ຢັ້ງຢືນວ່າ ພັກ ແລະ ລັດຖະບານ ຈີນ ຖືເປັນສຳຄັນນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ ຈີນ - ສປປ.ເກົາຫຼີ, ພ້ອມແລ້ວທີ່ຈະຮັກສາ, ປັບປຸງ ແລະ ພັດທະນາການພົວພັນອັນດີງາມລະຫວ່າງສອງປະເທດ. ຫຼັກກໝັ້ນນີ້ຈະບໍ່ປ່ຽນແປງເຖິງວ່າສະພາບການສາກົນມີການປ່ຽນແປງ. ທ່ານສີຈິ້ນຜິງ ກໍ່ໃຫ້ຮູ້ວ່າ ຈີນ ພ້ອມແລ້ວທີ່ຈະເພີ່ມທະວີການແລກປ່ຽນຂັ້ນສູງ ແລະ ການຕິດຕໍ່ຍຸດທະສາດ ກັບ ສປປ.ເກົາຫຼີ… ເຮັດໃຫ້ຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ນ້ຳໃຈມິດຕະພາບເລິກເຊິ່ງກ່ວາອີກ, ຮັດແໜ້ນການພົວພັນໃນທຸກລະດັບ ແລະ ຜັນຂະຫຍາຍການຮ່ວມມືໃນບັນດາຂົງເຂດຢ່າງແທ້ຈິງ. ສ່ວນທ່ານ ການນຳ ສປປ.ເກົາຫຼີ Kim Jong Un ໄດ້ຢັ້ງຢືນວ່າ: ການເຮັດໃຫ້ເລິກເຊິ່ງ ແລະ ພັດທະນາການພົວພັນກັບ ຈີນ ຢ່າງບໍ່ຢຸດຢັ້ງ ແມ່ນເຈດຈຳນົງອັນໝັ້ນແກ່ນຂອງ ສປປ.ເກົາຫຼີ.
(ແຫຼ່ງຄັດຈາກ VOV)