ຢູ່ແຂວງ ເຊີນລາ, ເປັນຄັ້ງທຳອິດທີ່ບັນດາຄູອາຈານ, ນັກຮຽນຂອງແຂວງໄດ້ເຂົ້າຮ່ວມພິທີເຄົາລົບທຸງຊາດ ແລະ ຮ້ອງເພງຊາດແບບທາງໄກພ້ອມກັບບັນດາຄູອາຈານ ແລະ ນັກຮຽນໃນທົ່ວປະເທດ.
ຜູ້ປົກຄອງ, ອຳນາດການປົກຄອງເຂດພິເສດ ໂກໂຕ, ຄູອາຈານ, ນັກຮຽນ ແລະ ກຳລັງປະກອບອາວຸດໃນເກາ ເຈິ່ນ ເຂົ້າຮ່ວມພິທີໄຂສົກຮຽນໃໝ່
ວັນທີ 05 ກັນຍາ, ໂຮງຮຽນແຫ່ງຕ່າງໆໃນທົ່ວປະເທດມີບັນຍາກາດຄຶກຄື້ນໃນພິທີໄຂສົກຮຽນໃໝ່ 2025 – 2026. ຢູ່ແຂວງ ກວາງນິງ, ມີນັກຮຽນ 360.000 ຄົນຢູ່ຮາກຖານການສຶກສາກວ່າ 640 ແຫ່ງໄດ້ກ້າວເຂົ້າສູ່ສົກຮຽນໃໝ່ ດ້ວຍພື້ນຖານດ້ານວັດຖຸທີ່ດີ ແລະ ງາມກວ່າເກົ່າ. ເອື້ອຍຄູ ຟ້າມທິຮວ່າ, ຄູອະນຸບານຢູ່ສາຂາ ດ໋າວເຈິ່ນ, ສັງກັດໂຮງຮຽນປະຖົມ ແທັງເລິນ, ເຂດພິເສດ ໂກໂຕ ແບ່ງປັນວ່າ:
“ໃນຊຸມວັນຜ່ານມາ, ເອື້ອຍຄູ ແລະ ນັກຮຽນພວກຂ້າພະເຈົ້າໄດ້ກະກຽມວັດຖຸອຸປະກອນຢ່າງຄົບຖ້ວນງາມຕາ, ພວກນ້ອງນັກຮຽນກໍມີຄວາມຫ້າວຫັນເມື່ອໄປໄປໂຮງຮຽນ. ພວກຂ້າພະເຈົ້າກໍຕັດສິນໃຈຍົກສູງຄຸນນະພາບການຮຽນ ແລະ ການສອນ, ຊ່ວຍໃຫ້ພວກນ້ອງໄດ້ຮັບຄວາມຮູ້ທີ່ດີ. ບັນດາເອື້ອຍຄູກໍສະຫຼັບສັບຊ້ອນລະຫວ່າງຄວາມຮູ້ຢູ່ຫ້ອງຮຽນກັບບັນດາກິດຈະກຳທັດສະນະສຶກສາ ເພື່ອແນໃສ່ຍົກສູງນ້ຳໃຈຮັກທະເລໝູ່ເກາະ, ບ້ານເກີດເມືອງນອນ, ສະຕິປົກປ້ອງອະທິປະໄຕທະເລໝູ່ເກາະ ແລະ ຄວາມເອກອ້າງທະນົງໃຈ ທີ່ເປັນລູກຫຼານເກາະດ່ານໜ້າຂອງປະເທດຊາດ”.
ໃນຂະນະນັ້ນ, ຢູ່ແຂວງ ເຊີນລາ, ເປັນຄັ້ງທຳອິດທີ່ບັນດາຄູອາຈານ, ນັກຮຽນຂອງແຂວງໄດ້ເຂົ້າຮ່ວມພິທີເຄົາລົບທຸງຊາດ ແລະ ຮ້ອງເພງຊາດແບບທາງໄກພ້ອມກັບບັນດາຄູອາຈານ ແລະ ນັກຮຽນໃນທົ່ວປະເທດ.
ຢູ່ແຂວງ ດ້ຽນບຽນ, ເຖິງວ່າຫາກໍ່ຜ່ານຜ່າໄພນ້ຳຖ້ວມຄັ້ງປະຫວັດສາດເຮັດໃຫ້ບໍລິເວນໂຮງຮຽນຖືກຖ້ວມເລິກເຖິງ 3 ແມັດ, ໂຕະຕັ່ງ, ປຶ້ມສໍ ແລະ ອຸປະກອນການຮຽນການສອນຖືກເປເພກໍຕາມ, ແຕ່ນັກຮຽນກວ່າ 500 ຄົນ ພ້ອມກັບຄູອາຈານທຸກຄົນໃນໂຮງຮຽນມັດທະຍົມຕອນປາຍ, ຕອນຕົ້ນເຄິ່ງກິນນອນຊົນເຜົ່າ ຈ່ຽງເຊີ, ຕາແສງ ເມືອງລວນ ກໍແກ້ໄຂຄວາມຫຍຸ້ງຍາກທຸກປະການເພື່ອໃຫ້ພິທີໄສສົກຮຽນໃໝ່ໄດ້ດຳເນີນໄປຢ່າງຈົບງາມ. ອ້າຍຄູ ຫງວຽນແຢັງຮີ, ອະທິການບໍດີໂຮງຮຽນ,ໃຫ້ຮູ້ວ່າ:
“ທາງໂຮງຮຽນໄດ້ຮັບຄວາມເອົາໃຈໃສ່ຈາກການນຳທຸກຂັ້ນ, ຈາກປະຊາຄົມ ແລະ ຄວາມມານະພະຍາຍາມຂອງໝູ່ບັນດາຄູອາຈານ, ສະນັ້ນ, ກໍສາມາດແກ້ໄຂທຸກຄວາມຫຍຸ້ງຍາກພາຍຫຼັງຝົນຕົກນ້ຳຖ້ວມ ແລະ ຮັບປະກັນພື້ນຖານດ້ານວັດຖຸຕ້ອນຮັບນັກຮຽນເຂົ້າມາໂຮງຮຽນ, ໄຂສົກຮຽນໃໝ່ຖືກກັບແຜນການ”.
(ແຫຼ່ງຄັດຈາກ VOV)