ວັນທີ 03 ກັນຍາ, ຄະນະກຳມະການເອີຣົບ ໄດ້ໃຫ້ສັດຕະຍາບັນສັນຍາການຄ້າເສລີ ສະຫະພາບເອີຣົບ (EU) - ກຸ່ມຕະຫຼາດລວມ ອາເມລິກາ ໃຕ້ (MERCOSUR) ຢ່າງເປັນທາງການ ພາຍຫຼັງໂຈະໄວ້ເປັນເວລາຍາວນານ. ການກະທຳດັ່ງກ່າວໄດ້ດຳເນີນໃນສະພາບການ EU ພວມມານະພະຍາຍາມຫັນຄູ່ຮ່ວມມືດ້ານການຄ້າເປັນຫຼາຍຮູບຫຼາຍແບບ ເພື່ອແນໃສ່ຮັບມືກັບບັນດາຄວາມສ່ຽງຍຸດທະສາດທີ່ກ່ຽວຂ້ອງເຖິງນະໂຍບາຍພາສີອາກອນຂອງ ອາເມລິກາ.
ສະຫະພາບເອີຣົບ ແລະ ກຸ່ມ MERCOSUR ເລີ່ມດຳເນີນການເຈລະຈາຮອບທຳອິດກ່ຽວກັບສັນຍາການຄ້າເສລີ ແຕ່ປີ 2000. ເຖິງຢ່າງໃດກໍຕາມ, ບັນດາຄວາມບໍ່ລົງລອຍກັນຢູ່ບັນດາປະເທດ EU ໄດ້ເຮັດໃຫ້ວິວັດການເຈລະຈາຖືກຢຸດສະງັກໃນໄລຍະຍາວນານ, ກ່ອນທີ່ສອງຝ່າຍ ຈະເຮັດຮ່າງເອກະສານສຸດທ້າຍສຳເລັດໃນທ້າຍເດືອນ 2024.
ສັນຍາຍຸດທະສາດ
ເລື່ອງຄະນະກຳມະການເອີຣົບ (EC) ເຊັນສັດຕະຍາບັນສັນຍາການຄ້າເສລີ (FTA) EU – MERCOSUR ຢ່າງເປັນທາງການ ໄດ້ເປັນການສິ້ນສຸດບັນດາການເຈລະຈາທີ່ແກ່ຍາວທີ່ສຸດຂອງກຸ່ມນີ້ ກັບບັນດາຄູ່ຮ່ວມມືດ້ານການຄ້າ. ຖ້າໄດ້ຮັບການຮັບຮອງເອົາຈາກທຸກປະເທດສະມາຊິກ EU ແລະ MERCOSUR, ສັນຍາສະບັບນີ້ ຈະກາຍເປັນຂົງເຂດການຄ້າເສລີໃຫຍ່ທີ່ສຸດໃນໂລກດ້ວຍຈຳນວນຜູ້ບໍລິໂພກປະມານ 700 ລ້ານຄົນ. ສຳລັບບັນດາປະເທດ MERCOSUR, ກະສິກຳແມ່ນຂົງເຂດທີ່ໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດ. ໃນຂະນະນັ້ນ, ເມື່ອກ່າວຄຳເຫັນສະເໜີຂໍ້ຕົກລົງດັ່ງກ່າວໃນວັນທີ 03 ກັນຍາ, ທ່ານນາງ Ursula von der Leyen ປະທານຄະນະກຳມະການ EC ຢັ້ງຢືນວ່າ ບັນດາວິສາຫະກິດ EU ແລະ ຂະແໜງຜະລິດຕະພັນກະເສດອາຫານ EU ຈະໄດ້ຮັບຜົນປະໂຫຍດຈາການຫຼຸດພາສີອາກອນ ແລະ ຄ່າໃຊ້ຈ່າຍເມື່ອແຊກຊຶມເຂົ້າຕະຫຼາດບັນດາພື້ນຖານເສດຖະກິດແຖວໜ້າ ອາເມລິກາ ໃຕ້.
ລະອຽດ, ຕາມຂໍ້ຕົກລົງ, ບັນດາປະເທດ MERCOSUR ຈະຄ່ອຍໆລົບລ້າງພາສີນຳເຂົ້າສຳລັບ 91% ສິນຄ້າຂອງ EU, ລວມມີ: ລົດໂອໂຕ, ທາດເຄມີ, ເຫຼົ້າວາຍ ແລະ ຊ໋ອກໂກແລັດ, ເຊິ່ງປັດຈຸບັນພວມປະເຊີນໜ້າກັບລະດັບພາສີຂຶ້ນເຖິງ 35%. EC ກໍຄິດໄລ່ສັນຍານີ້ຈະຊ່ວຍໃຫ້ນັກສົ່ງອອກເອີຣົບປະຢັດຄ່າພາສີຢູ່ ອາເມລິກາ ລາຕິນ ໄດ້ກວ່າ 4,6 ຕື້ USD ຕໍ່ປີ, ພ້ອມທັງສາມາດເພີ່ມວົງເງິນການຄ້າສົ່ງອອກຂອງ EU ໄປຍັງກຸ່ມ MERCOSUR ໃນແຕ່ລະປີຂຶ້ນເຖິງ 39%, ເທົ່າກັບ 57 ຕື້ USD. ສຳຄັນກວ່າ ສັນຍາກັບ MERCOSUR ຈະນຳມາເຊິ່ງຜົນປະໂຫຍດຫຼາຍພໍສົມຄວນສຳລັບບັນດາຄູ່ແຂ່ງເສດຖະກິດອື່ນ. ກໍໃນວັນທີ 03 ກັນຍາ, EC ໄດ້ສະເໜີຂຶ້ນສະພາເອີຣົບກ່ຽວກັບການສະເໜີໃຫ້ເຊັນ ແລະ ຮັບຮອງເອົາສັນຍາທົ່ວໂລກ EU – ເມກຊີໂກ ເປັນທັນສະໄໝ (MGA). ທ່ານ Maros Sefcovic ກຳມະການການຄ້າຂອງ ເອີຣົບ ຖະແຫຼງວ່າ:
“ນີ້ບໍ່ພຽງແຕ່ແມ່ນຈຸດເວລາສຳຄັນໃຫ້ແກ່ນະໂຍບາຍການຄ້າຂອງ EU ເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນອະນາຄົດເສດຖະກິດຂອງກຸ່ມໂດຍລວມ. ສັນຍາ EU – MERCOSUR ພ້ອມກັບສັນຍາທົ່ວໂລກ EU - ເມັກຊີໂກ ຫັນເປັນທັນສະໄໝນັ້ນ ບໍ່ພຽງແຕ່ແມ່ນບັນດາສັນຍາການຄ້າ. ນີ້ແມ່ນບັນດາເຄື່ອງມືຍຸດທະສາດຊ່ວຍກຳນົດບົດບາດຂອງ ເອີຣົບໃນພື້ນຖານເສດຖະກິດທົ່ວໂລກໃນບັນດາທົດສະວັດຈະມາເຖິງ”.
ສຳລັບ MGA, ຖ້າໄດ້ຮັບການຮັບຮອງເອົານັ້ນ, EU ກໍຈະໄດ້ຊົມໃຊ້ຜົນປະໂຫຍດຢ່າງໃຫຍ່ຫຼວງຈາກຕະຫຼາດທີ່ມີປະຊາຊົນກວ່າ 130 ລ້ານຄົນຂອງ ເມັກຊີໂກ, ພື້ນຖານເສດຖະກິດໃຫຍ່ອັນດັບ 2 ຢູ່ອາເມລິກາ ລາຕິນ ແລະ ກໍແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບທີ 2 ຂອງ EU ຢູ່ຂົງເຂດນີ້, ຖັດຈາກ ບຣາຊິນ.
ກົນໄກປ້ອງກັນຂົງເຂດກະສິກຳ
ເຖິງວ່າໄດ້ຮັບການຕີລາຄາວ່າ ມີຄວາມໝາຍຍຸດທະສາດກັບ EU ໃນຈຸດເວລານີ້ກໍຕາມ ແຕ່ສັນຍາ EU – MERCOSUR ຈະພົບກັບສິ່ງທ້າທາຍບໍ່ໜ້ອຍໃນວິວັດການໃຫ້ສັດຕະຍາບັນຢູ່ແຕ່ລະປະເທດສະມາຊິກ EU. ຕາມຂໍ້ຕົກລົງຂອງ EU ແລ້ວ, ສັນຍາການຄ້າເສລີຢາກຮັບຮອງເອົານັ້ນ ກໍຕ້ອງໄດ້ຮັບການສະໜັບສະໜູນສ່ວນຫຼາຍຈາກລັດຖະສະພາເອີຣົບ (EP) ແລະ ໄດ້ຮັບການໃຫ້ສັດຕະຍາບັນຈາກ 15 ໃນຈໍານວນ 27 ປະເທດສະມາຊິກ ເຊິ່ງກວມເອົາຢ່າງໜ້ອຍສຸດ 65% ພົນລະເມືອງ EU. ປັດຈຸບັນ, ບັນດາວິສາຫະກິດສ່ວນຫຼາຍຂອງ EU ສະໜັບສະໜູນສັນຍາ ກັບ MERCOSUR, ໃນນັ້ນ ມີເຢຍລະມັນ, ພື້ນຖານ (ເສດຖະກິດທີ 1 ຂອງ EU ຫຼື ແອັດສະປາຍປະເທດທີ່ມີການຮ່ວມສຳພັນດ້ານເສດຖະກິດ - ການເມືອງກັບ ອາເມລິກາໃຕ້ ຢ່າງແໜ້ນແຟ້ນທີ່ສຸດ.
ແຕ່ວ່າ, ສອງພື້ນຖານເສດຖະກິດໃຫຍ່ອື່ນຂອງ EU ເຊິ່ງແມ່ນ ຝລັ່ງ ແລະ ໂປໂລຍ ພວມແມ່ນບັນດາປະເທດຄັດຄ້ານສັນຍາເຊັນກັບ MERCOSUR, ດ້ວຍເຫດຜົນ ບັນດາຜະລິດຕະພັນກະເສດມີລາຄາຖືກ ແລະ ບໍ່ຄ່ອຍປະຕິບັດບັນດາເງື່ອນໄຂກ່ຽວກັບສິ່ງແວດລ້ອມຂອງບັນດາປະເທດ MERCOSUR ນັ້ນ ອາດຈະສົ່ງຜົນເສຍຫາຍຕໍ່ຂົງເຂດກະສິກຳເອີຣົບ. ວັນທີ 03 ກັນຍາ, ທ່ານ Donald Tusk ນາຍົກລັດຖະມົນຕີ ໂປໂລຍ ຖະແຫຼງວ່າ:
“ພວກຂ້າພະເຈົ້າໄດ້ຕົກລົງເຫັນດີກັບຝ່າຍ ຝລັ່ງວ່າ ຖ້າເຂົາເຈົ້າບໍ່ຢາກສ້າງກຸ່ມຈຳນວນໜ້ອຍເພື່ອປິດລ້ອມສັນຍາສະບັບນີ້ພ້ອມກັບພວກຂ້າພະເຈົ້ານັ້ນ, ເຂົາເຈົ້າກໍຄວນເຮັດວຽກພ້ອມກັບພວກຂ້າພະເຈົ້າ ເພື່ອກະກຽມໃຫ້ແກ່ກົນໄກປ້ອງກັນ. ສິ່ງດັ່ງກ່າວໝາຍຄວາມວ່າ ຖ້າສັນຍາມີຜົນສັກສິດ ແລະ ປະກົດມີບໍ່ວ່າສັນຍານຫຍໍ້ທໍ້ໃດທີ່ກ່ຽວຂ້ອງເຖິງຕະຫຼາດກະສິກຳ, ຕົວຢ່າງມີຊີ້ນງົວ, ຄະນະກຳມະການເອີຣົບ ຕ້ອງໝູນໃຊ້ກົນໄກປ້ອງກັນ ແລະ ນຳໃຊ້ອັດຕາພາສີນຳເຂົ້າຄືນໃໝ່ໃນທັນທີ”.
ເພື່ອແນໃສ່ຫຼຸດຜ່ອນຄວາມວິຕົກກັງວົງຈາກຂະແໜງກະສິກຳເອີຣົບ, ຄະນະກຳມະການ ເອີຣົບ ຄາດວ່າຈະປະກອບ “ເອກະສານນິຕິກຳ” ສະບັບໜຶ່ງເພີ່ມເຕີມເຂົ້າໃນສັນຍາກັບ MERCOSUR ເພື່ອແນໃສ່ເພີ່ມທະວີບັນດາມາດຕະການປ້ອງກັນສຳລັບ “ບັນດາຜະລິດຕະພັນທີ່ລະອຽດອ່ອນຂອງ ເອີຣົບ”. EC ໃຫ້ຄຳໝັ້ນສັນຍາຈະແຊກແຊງ ຖ້າການນຳເຂົ້າກໍ່ຜົນກະທົບບໍ່ດີເຖິງຂະແໜງຈຳນວນໜຶ່ງຄື ຊີ້ນງົວ, ສັດປີກ, ນ້ຳຕານ ແລະ ethanol. ເຖິງຢ່າງໃດກໍຕາມ, ນອກຈາກການຄັດຄ້ານຂອງລັດຖະບານສະມາຊິກຈຳນວນໜຶ່ງແລ້ວ, EU ຍັງຕ້ອງຊອກຫາມາດຕະການຫຼຸດຜ່ອນປະຕິກິລິຍາຈາກຫຼາຍວິສາຫະກິດກະສິກຳເອີຣົບ, ເຊິ່ງເຄີຍຖືສັນຍາສະບັບນີ້ແມ່ນໄພນາບຂູ່ໂດຍກົງຕໍ່ຜົນປະໂຫຍດຂອງຊາວກະສິກອນ ເອີຣົບ./.