ຕອນເຊົ້າວັນທີ 05 ກັນຍາ, ຢູ່ຫໍປະຊຸມແຫ່ງຊາດ (ຮ່າໂນ້ຍ), ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງວັນມູນເຊື້ອຂະແໜງການສຶກສາຄົບຮອບ 80 ປີ ແລະ ໄຂສົກຮຽນໃໝ່ 2025 – 2026. ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ, ທ່ານ ເລືອງເກື່ອງ ປະທານປະເທດ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ແລະ ທ່ານ ເຈິ່ນແທັງເໝິ້ນ ປະທານສະພາແຫ່ງຊາດ ເຂົ້າຮ່ວມພິທີ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ພິທີ
ພິທີດັ່ງກ່າວໄດ້ເຊື່ອມຕໍ່ກັບທຸກຮາກຖານການສຶກສາ, ບຳລຸງສ້າງໃນທົ່ວປະເທດ ດ້ວຍການເຂົ້າຮ່ວມຂອງ ຄູອາຈານປະມານ 1,6 ລ້ານຄົນ ແລະ ນັກຮຽນ, ນັກສຶກສາເກືອບ 26 ລ້ານຄົນ ຢູ່ໂຮງຮຽນ 52.000 ແຫ່ງໃນທົ່ວປະເທດ. ນີ້ແມ່ນຄັ້ງທຳອິດ ທີ່ບັນດາຮາກຖານການສຶກສາໃນທົ່ວປະເທດເຄົາລົບທຸງຊາດ, ຮ້ອງເພງຊາດພ້ອມກັນໃນພິທີໄຂສົກຮຽນໃໝ່. ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີວ່າ:
“ທົ່ວພັກຕ້ອງມີການປ່ຽນແປງໃໝ່ຈິນຕະນາການສຳລັບການສຶກສາຢ່າງແຮງ, ບໍ່ຈັດວາງບັນດາມາດຖານເກົ່າສຳລັບພື້ນຖານການສຶກສາທັນສະໄໝ, ຫາກຕ້ອງມີການຊີ້ນຳຢ່າງໃກ້ຊິດ, ແທ້ຈິງ, ຈັດຕັ້ງປະຕິບັດຢ່າງຂ້ຽວຂາດ, ມີປະສິດທິຜົນ, ສະເໝີຕົ້ນສະເໝີປາຍກັບຫຼັກໝັ້ນ ຖືການສຶກສາເປັນລັດຖະນະໂຍບາຍແຖວໜ້າ. ຂະແໜງການສຶກສາຕ້ອງນຳໜ້າໃນການປ່ຽນແປງໃໝ່ຈິນຕະນາການ, ແບບວິທີການບໍລິຫານ, ສ້າງຖັນແຖວຄູອາຈານທັງມີພູມປັນຍາທັງມີຄຸນສົມບັດ ແລະ ມີຄວາມຄາດຫວັງອຸທິດສ່ວນ. ຄູອາຈານຕ້ອງເປັນແບບຢ່າງອັນໃສແຈ້ງ, ແມ່ນແຫຼ່ງບັນດານໃຈໃຫ້ແກ່ນັກຮຽນ. ບັນດານັກຮຽນ, ນັກສຶກສາຕ້ອງຫຼໍ່ລ້ຽງເຈດຈຳນົງ, ຄວາມຄາດຫວັງອັນໃຫຍ່ຫຼວງ, ຮ່ຳຮຽນ ແລະ ຝຶກຝົນເພື່ອກາຍເປັນພົນລະເມືອງທົ່ວໂລກ, ເຊື່ອມໂຍງເຂົ້າກັບມາດຖານສາກົນເທື່ອລະກ້າວ ແຕ່ຍັງຄົງຮັກສາສີສັນຂອງຊາດ ຫວຽດນາມໄວ້.”
ເມື່ອຍົກອອກການກຳນົດທິດໃຫຍ່ຈຳນວນໜຶ່ງເພື່ອປະຕິບັດພາລະກິດປ່ຽນແປງໃໝ່ຂະແໜງການສຶກສາ ແລະ ບຳລຸງສ້າງໃນໄລຍະໃໝ່ຢ່າງມີໄຊ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ:
“ຂ້າພະເຈົ້າຮຽກຮ້ອງໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ຂະແໜງການທຸກຂັ້ນ, ທ້ອງຖິ່ນຕ່າງໆ, ຄອບຄົວ ແລະ ປະຊາຊົນແຕ່ລະຄົນຈົ່ງຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງໃຫ້ແກ່ພາລະກິດສ້າງຄົນ, ອະນາຄົດຂອງພວກລູກຫຼານຂອງເຮົາ, ເພື່ອຄວາມວັດທະນາຖາວອນຂອງຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ. ຂ້າພະເຈົ້າເຊື່ອໝັ້ນວ່າ ຂະແໜງການສຶກສາຂອງ ຫວຽດນາມ ຈະສືບຕໍ່ຜ່ານຜ່າບັນດາຄວາມຫຍຸ້ງຍາກ, ເກັບກ່ຽວໄດ້ຜົນງານອັນຍິ່ງໃຫຍ່ຫຼາຍຢ່າງ, ປະກອບສ່ວນຫັນຄວາມຄາດຫວັງສ້າງປະເທດ ຫວຽດນາມ ຮຸ່ງເຮືອງເຂັ້ມແຂງ, ສີວິໄລ ໃຫ້ປະກົດຜົນເປັນຈິງ”.